ຈີນ​ຄືບ​ໜ້າ​ໄວ​ຂຶ້ນດ້ານ​ການ​ພັດທະນາ​ແກັສທຳ​ມະ​ຊາດ​ໃນ​ຊັ້ນຫີນ​ດານ
2018-03-29 11:19:57  cri 

ກຸ່ມ​ບໍລິສັດ​ອຸດສາຫະກຳ​ເຄມີ​ແລະ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ປະກາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ບໍ່​ອາຍ​ແກັສທຳ​ມະ​ຊາດ​ໃນ​ຊັ້ນຫີນ​ດານ​ຝູຫຼິງ ​ເຊິ່ງ​ເປັນບໍ່​ອາຍ​ແກັສທຳ​ມະ​ຊາດ​ໃນ​ຊັ້ນຫີນ​ດານ​ຂະໜາດ​ໃຫຍ່ແຫ່ງ​ທຳ​ອິດຂອງ​ຈີນ ​ໄດ້​ສ້າງ​ສຳ​ເລັດ​ຕາມ​ກຳນົດ​ເວລາ ​ໂດຍ​​ສາມາດ​ຜະລິດອາຍ​ແກັສທຳ​ມະ​ຊາດ​ໄດ້​ເຖິງ 10 ຕື້​ແມັດ​ກ້ອນ​ຕໍ່​ປີ ​ເຊິ່ງ​ເທົ່າກັບ​ບໍ່​ນ້ຳ​ມັນ​ຂະໜາດ​ໃຫຍ່​ລະດັບ 10 ລ້ານ​ໂຕນ ​ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ອາຍ​ແກັສທຳ​ມະ​ຊາດ​ໃນ​ຊັ້ນຫີນ​ດານ​ຂອງ​ຈີນ​ໄດ້​ເລັ່ງລັດ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ທຸລະ​ກິດ​ຢ່າງ​ຂະໜາດ​ໃຫຍ່ ​​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ປັບປຸງ​ໂຄງ​ປະກອບ​ພະລັງງານ, ຜ່ອນຄາຍ​ຄວາມ​ກົດ​ດັນ​ໃຫ້ຕະຫຼາດ​ການ​ສະໜອງ​ແກັສທຳ​ມະ​ຊາດ​ຢູ່​ເຂດ​ພາກ​ກາງ​ແລະ​ພາກຕາ​ເວັນອອກຂອງ​ຈີນ, ​ເລັ່ງລັດ​ການ​ປ​ະຢັດ​ພະລັງງານ-ຫຼຸດການ​ລະບາຍ​ມົນ​ລະ​ພິດ ​ແລະ ​ແກ້​ໄຂ​ບັນຫາ​ມົນ​ລະ​ພົນ​ທາງ​ອາກາດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ປັດຈຸບັນ, ບໍ່​ອາຍ​ແກັສທຳ​ມະ​ຊາດ​ໃນ​ຊັ້ນຫີນ​ດານ​ຝູຫຼິງ ນັບ​ລວມ​ແລ້ວ​ໄດ້​ຜະລິດ ​ແລະ ຈຳໜ່າຍ​ອາຍ​ແກັສ ລ້ວນ​ແຕ່ຫຼາຍກວ່າ 16 ຕື້​ແມັດ​ກ້ອນ ​ໂດຍ​ປີຜ່ານ​ມາ ສາມາດ​ຜະລິດ​ໄດ້​ເຖິງ 6 ຕື້ 4 ລ້ານ​ແມັດ​ກ້ອນ, ສາມາດ​ຈຳໜ່າຍ​ອາຍ​ແກັສ​ໄດ້​ເຖິງ 16 ລ້ານ 7 ​ແສນ​ແມັດ​ກ້ອນ​ຕໍ່​ວັນ ​ແລະ​​ແຕ່​ລະ​ມື້ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​​ໃນ​ການ​ນຳ​ໃຊ້​ອາຍ​ແກັສ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ໄດ້ 33 ລ້ານ 4 ​ແສນ​ຄອບຄົວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ