ການ​ພົບ​ປະ​ຫາລື​ລະຫວ່າງ​ຜູ້ນຳ​ຈີນ-ສປປ ​ເກົາຫຼີມີ​ບົດບາດ​ສຳຄັນ
2018-03-29 15:08:08  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຢືນຢັນ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ: ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ​ເດີນທາງ​ຢ້ຽມຢາມ​ຈີນ​ຄັ້ງທຳ​ອິດ ​ແລະ ການ​ພົບ​ປະ​ຫາລື​ລະຫວ່າງ​ຜູ້ນຳ​ສູງ​ສຸດ​ຈີນ-ສປປ ​ເກົາຫຼີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ ​ແລະ ​ສປປ ​ເ​ກົາຫຼີ ​ໃຫ້​ຄວາມ​ສຳຄັນ​ສູງຕໍ່​ການ​ພົວພັນ​ລະຫວ່າງສອງພັກ-ສອງ​ລັດ ​ຜູ້ນຳ​ສອງ​ປະ​ເທດ​ພົບ​ປະ​ຫາລື​ຢ່າງ​​ເລິກ​ເຊິ່ງຕໍ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນນັ້ນ ມີ​ບົດບາດ​ສຳຄັນ​ຕໍ່​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ.

ທ່ານ​ລູ້​ຄ່າງ​ກ່າວ​ເນັ້ນວ່າ: ​ໃນ​ການ​ພົບ​ປະ​ຄັ້ງນີ້, ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ​ໄດ້​ເນັ້ນວ່າ: ຍິນ​ດີ​ຮ່ວມ​ກັບ​ສະຫາຍ ສປປ ​ເກົາຫຼີ ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ໂດຍ​ສັນຕິ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ສປປ ​ເກົາຫຼີ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ, ໝັ້ນທ່ຽງ ​ແລະ ຍາວ​ນານ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ, ປະກອບສ່ວນ​ອັນ​ໃໝ່​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ.

ທ່ານ​ລູ້​ຄ່າງ ຍັງ​ກ່າວ​ຕື່ມ​ວ່າ: ​ໃນ​ໄລຍະ​ຢ້ຽມຢາມ, ຜູ້ນຳ​ສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະຖານະ​ການຢູ່​ແຫຼມ​ເກົາຫຼີ ​ແລະ​ສາກົນ​. ​ໃນ​ນີ້, ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່ ສປປ ​ເກົາຫຼີທີ່​ໄດ້​ພະຍາຍາມ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີມີ​ການ​ປ່ຽນ​ແປງ​ທີ່​ດີ ​ແລະ ​ໄດ້​​ຢ້ຳຄືນຫຼັກໝັ້ນຫຼັກການ​ທີ່​ກ່ຽວຂ້ອງຂອງ​ຈີນ ​ໂດຍ​ຊີ້​ວ່າ ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່ເປັນ​ການ​ສ້າງສັນ ​ແລະຍິນ​ດີພະຍາຍາມ​ຮ່ວມ​ກັບ​ບັນດາ​ຝ່າຍ ລວມທັງ ສປປ ​ເ​ກົາຫຼີ​ ເພື່ອບັນຫາ​ປອດ​ນິວ​ເຄລຍ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ​ແລະ​ເພື່ອ​ຄວາມ​ສະຫງົບ, ໝັ້ນຄົງ​ຍາວ​ນານຂອງ​ພາກ​ພື້ນ ກໍ​ຄື​ຂອງໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ