ຟິມ​ສາ​ລະ​ຄະ​ດີ​ສອງ​ເລື່ອງ​ຈາກ CRI ໄດ້​ຮັບ​ລາງວັນ​ຟິມ​ສາ​ລະ​ຄະ​ດີ​ດີ​ເດັ່ນ​ໃນ​ງານ​ວາງ​ສະ​ແດງ​ຮູບ​ເງົາ​​ສັ້ນ​ສາ​ກົນ​ຄັ້​ງ​ທີ 3 ຂອງ​ບຸ​ນ​ຮູບ​ເງົາໄກ່​ຄຳ​ແລະ​ດອກ​ໄມ້​ຮ້ອຍ​ຊະ​ນິດຈີນ
2018-03-29 16:39:43  cri 
ຕາມ​ຂ່າວ CRI: ພິ​ທີ​ມອບ​ລາງວັນ​ງານ​ວາງ​ສະ​ແດງ​ຮູບ​ເງົາ​ສັ້ນ​ສາ​ກົນ​ຄັ້ງ​ທີ 3 ຂອງ​ບຸນ​ຮູບ​ເງົາໄກ່​ຄຳ​ແລະ​ດອກ​ໄມ້​ຮ້ອຍ​ຊະ​ນິດ​​ຈີນ​ໄດ້​ອັດ​ລົງ​ຢູ່​ເມືອງ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ປະ​ເທດ​ຈີນ​ໃນ​ວັນ​ທີ 28 ມີ​ນາ​ນີ້, ຮູບ​ເງົາ​ສອງ​ເລື່ອງ​ຈາກ CRI ໄດ້​ຮັບ​ລາງ​ວັນ​​ຟິມ​ສາ​ລະ​ຄະ​ດີດີ​ເດັ່ນ.

ງານ​ວາງ​ສະ​ແດງ​ຮູບ​ເງົາ​ສັ້ນ​ຄັ້ງ​ນີ້​ມີ​ຮູບ​ເງົາ​ສັ້ນ 7300 ກວ່າ​ເລື່ອງ​ຈາກ 28 ປະ​ເທດ​​ຄື:​ຈີນ, ອາ​ເມ​ລິ​ກາ, ຝ​ຣັ່ງ, ອິ​ສ​ຣາ​ແອນ, ອັງ​ກິດ, ອີ​ຕາ​ລີແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງ, ໂດຍ​ຜ່ານ​ການ​ຄັດ​ເລືອກ 3 ຮອບຈາກ​ຜູ້​ຊ່ຽວ​ຊານ, ຮູບ​ເງົາ​ສັ້ນ "ເລກທີ 70" ແລະ "ຊີ​ວິດ​ໃນ​​ໄວ​ເຍົາ" ທີ່​ສູນ​ຣັດ​ເຊຍ-ເອີ​ລົບ​ຕາ​ເວັນ​ອອກຂອງ CRI ​ເປັນ​ຜູ້​ຖ່າຍ​ທຳ​ແລະ​ໄດ້​ຮັບ​ລາງວັນຟີມ​ສາ​ລະ​ຄະ​ດີ​ດີ​ເດັ່ນ. ແລະ​ກໍ​ແມ່ນ​ເທື່ອ​ທີ​ສອງ​ແລ້ວ​ທີ່​ໄດ້​ຮັບ​ລາງວັນ​ໃນ​ບຸນ​ຮູບ​ເງົາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ