ວຽກ​ງານ​ກະ​ກຽມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018 ໄດ້​ດຳ​ເນີນໄປ​ເປັນ​ຢ່າງ​ດີ
2018-03-29 16:44:33  cri 
ຕາມ​ຂ່າວ CRI: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະ​ຈຳ​​ປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳ​ຈີນ​ແຕ່​ວັນ​ທີ 8 ຫາ​ວັ​ນ​ທີ 11 ເມ​ສາ​ໜ້າ​ນີ້. ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ເປີດ​ເຜີຍ​ໃນ​ວັນ​ທີ 27 ມີ​ນາ​ນີ້​ວ່າ, ວຽກ​ງານ​ກະ​ກຽ​ມ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ, ແລະ​ຄາດ​ວ່າ​ຈະ​ສຳ​ເລັດ​ທັງ​ໝົດ​ກ່ອນ​ວັນ​ທີ 2 ເມ​ສາ​ໜ້າ​ນີ້​ຢ່າງ​ແນ່ນອນ.

ຂ່າວ​ແຈ້ງ​ຕື່ມວ່າ, ​ຈະມີ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ປະ​ມານ 2100 ຄົນ​ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ລາຍ​ງານ​ຂ່າວ​ຂອງກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້, ກອງ​ປະ​ຊຸມ​ປະ​ຈຳປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ໜຶ່ງ​ເທົ່າ. ເພື່ອ​ຮັບ​ໃຊ້​ວຽກ​ງານ​ຂອງ​ນັກ​ຂ່າວ​ຕ່າງໆ​ໃຫ້​ດີກວ່າ​ເກົ່າ, ການ​ກໍ່​ສ້າງ​ສູນ​ຂ່າວ​ໃນ​ປີ​ນີ້​ໄດ້​ປັບ​ປຸງໃຫ້​ດີ​ຂຶ້ນ, ຂະ​ນະ​ດຽວ​ກັນ​ໃນ​ດ້ານ​ສື່​ສານ​ໂທ​ລະ​ຄົມ, ບ່ອນ​ພັກ​ແລະ​ອາ​ຫານ​ການ​ກິນ​ຕ່າງໆ​ລ້ວນ​ແຕ່​ກຽມ​ພ້ອມໝົດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ