ທ່ານ​ສີ​ຈິ້ນ​ຜິງ​ຊົມ​ເຊີຍ​ທ່ານ​ວິນ​ມິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປ​ະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ
2018-03-29 10:09:42  cri 
ວັນ​ທີ 28 ມີ​ນາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ວິນ​ມິນ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ.

ໃນ​ໂທ​ລະ​ເລກ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ​​ຂຽນ​ວ່າ: ຈີນ ແລະ ມຽນ​ມາ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມູນ​ເຊື້ອ​ມິດ​ຕະ​ພາບ​ມາ​ແຕ່​ດົນ​ນານ ແລະ ມິດ​ຕະ​ພາບ​ແບບ​ຍາດ​ຕິພີ່​ນ້ອງ ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ນັບ​ມື້​​ນັບແໜ້ນ​ແຟ້ນ​ຂຶ້ນ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ຂະ​ຫຍາຍກວ້າງ​ອອກ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ກໍ່​ຄຶກ​ຄື້ນ ແລະ ການ​ປະ​ສານ​ງານ​ໃນ​ຂອບຫຼາຍ​ຝ່າຍ​ນັບ​ມື້​ແໜ້ນ​ແຟ້ນ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ ແລະ ເປັນ​ການ​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າ​ຕໍ່​ສັນ​ຕິ​ພາບ​ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ ແລະ ຍິນ​ດີ​ຮ່ວມ​ກັນ​ພະ​ຍາ​ຍາມ​ກັບ​ທ່ານ, ປັບ​ປຸງ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່ມື​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ ເພື່ອ​ນຳ​ເອົາ​ຄວາມ​ຜາ​ສຸກຫຼາຍກວ່າ​ເກົ່າ​ມາ​ໃຫ້​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ