ເຂດ​ຕິ​ເບດ​ພັດ​ທະ​ນາ​ຂະ​ແໜ​ງ​ການ​ເພື່ອ​ເພີ່ມ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ
2018-03-29 10:47:31  cri 
ວັນ​ທີ 29 ມີ​ນາ​ນີ້, ເຈົ້າ​ໜ້າ​ທີ່​ຫ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ເປີດ​ເຜີຍ​ວ່າ, ປີ​ຜ່ານ​ມາ, ເຂດ​ຕິ​ເບດ​ໄດ້​​ນຳ​ໃຊ້​ງົບ​ປະ​ມານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ພັດ​ທະ​ນາ​ຂະ​ແໜງ​ການ​ທັງ​ໝົດ 12 ຕື້ 420 ລ້ານຢວນ, ສຳ​ເລັດ​ການ​ລົງ​ທຶນ​ໃນ​ໝົດ​ປີ 10 ຕື້ 620 ລ້ານຢວນ, ນັບ​ລວມ​ແລ້ວ​ໄດ້​ລົງ​ມື​ກໍ່​ສ້າງ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ 1195 ໂຄງ​ການ ແລະ ນຳ​ພາ​ປະ​ຊາ​ຊົນ 6 ໝື່ນ 9 ພັນ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ທ່ານ​ຢິນ​ເຟິນ​ສຸຍ ຫົວ​ໜ້າ​ຫ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເຂດ​ຕິ​ເບດ​ກ່າວ​ວ່າ, ໃນຫຼາຍ​ປີ​ມາ​ນີ້, ເຂດ​ຕິ​ເບດ​ໄດ້​ອອກ​ແຮງ​ສ້າງວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ນຳ​ພາ​ດ້ານ​ຂະ​ແໜງ​ການ, ໄດ້​ເລືອກ​ເອົາ 10 ຂະ​ແໜງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ດີ​ເດັ່ນ​ເຊັ່ນ: ເຂົ້າ​ຊິງ​ເຄີ, ຜັກ, ການ​ປູກ​ໝາກ​ລະ​ແຊງ, ການ​ປູກ​ຫຍ້າ, ການ​ລ້ຽງ​ແກະ ແລະ​ອື່ນໆ, ເນັ້ນ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ ເພື່ອ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ ແລະ ເພີ່ມ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ