ປະ​ທານ​ຄະ​ນະ​ປະ​ຈຳສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ວຸດ​ທິສະ​ພາ​ອາ​ເມ​ລິ​ກາ
2018-03-29 16:14:06  cri 
    ທ່ານ ລີ້​ຈ້ານ​ຊູ່ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ ສະ​ຕີບ ໄດ​ເນັ​ສ ສະ​ມາ​ຊິກວຸດ​ທິ​ສະ​ພາ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະ​ນະ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ໃນ​ວັນ​ທີ 28 ມີ​ນານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ລີ້​ຈ້ານ​ຊູ່ ກ່າວວ​ວ່າ, ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຄົມ​ໂລກ. ເໝືອນ​ດັ່ງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ​ເນັ້ນ​ວ່າ, ເວົ້າ​ສຳ​ລັບ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ແລ້ວ, ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ໜຶ່ງ​ດຽວ, ເມື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແລ້ວ, ຈຶ່ງ​ສາ​ມາດ​ເດີນ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ. ຫວັງ​ວ່າ ສອງ​ຝ່າຍຈະຍຶດ​ໝັ້ນ​ປະ​ຕິ​ບັດ​ຕໍ່​ແລະ​ຊຳ​ລະ​ແກ້​ໄຂ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາດ້ວຍຍຸດ​ທະ​ສາດ​​ສູງແລະ​ທຸກ​ພາກ​ສ່ວນ​ທັງ​ໝົດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ດ້ານ​ຍຸດ​ທະ​ສາດ, ສຸມ​ໃສ່​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ບັນ​ຫາ​ອ່ອນ​ໄຫວ, ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຂະ​ຫຍາຍ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

    ທ່ານ ລີ້​ຈ້ານ​ຊູ່ ກ່າວ​ຕື່ມ​ວ່າ, ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ ມີ​ພື້ນ​ຖານ​ທີ່​ດີ​ໃນ​ການ​ຮ່ວມ​ມື. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ກົນ​ໄກ​ແລກ​ປ່ຽນ​ຢ່າງ​ເຕັມ​ທີ່, ດຳ​ເນີນ​ການ​ແລກ​ປ່ຽນ​ແລະສົນ​ທະ​ນາ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ໃຈ​ກາງ​ແລະ​ບັນ​ຫາ​ທີ່​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່​ຫຼວງ​ຂອງ​ແຕ່​ລະ​ຝ່າຍ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງ​ໃນ​ລະ​ດັບ​ຕ່າງໆ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ ເພື່ອ​ຊ່ວຍ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຊາດ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ