ທ່ານ​ຫວາງ​ຢີ້ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ​ຢ້ຽ​ມຢາມຫວຽດນາມ
2018-03-30 16:22:49  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ປະກາດ​ໃນ​ວັນ​ທີ 29 ມີນາ​ນີ້​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ຫວຽດນາມ, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຈະ​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ ຫຼື GMS ຄັ້ງທີ 6 ທັງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 30 ມີນາ-ວັນທີ 2 ເມສາໜ້ານີ້.

ໂອກາດນີ້, ທ່ານຫວາງຢີ້ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ພາຍ​ໃນ, ກອງ​ປະຊຸມ​ວົງ​ກວ້າງ, ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າ, ​ເຂົ້າຮ່ວມ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້ນຳ​ປະ​ເທດ​ອື່ນໆ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ແລະ​ກິດຈະກຳສຳຄັນ​ອື່ນໆ.

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ການ​ເດີນທາງ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ຫວາງ​ຢີ້ ​ເທື່ອ​ນີ້ ​ເປັນຄັ້ງທຳ​ອິດ​ທີ່​ຜູ້ນຳ​ຈີນ​ຢ້ຽມຢາມ​ຫວຽດນາມ ຫຼັງລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ສ້າງຕັ້ງຂຶ້ນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ພັດທະນາ​ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ