ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈະ​ຢ້ຽມຢາມຣັດ​ເຊຍ
2018-03-30 16:27:26  cri 

ທ່ານ​ພັນ​ເອກ​ພິ​ເສດ ​ເຣີ໊ນ​ໂກວ໋ສຽງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ເປີດ​ເຜີຍ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 29 ມີນາ​ນີ້​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ​ພິ​ເສດ ​ເຊີ​ເກ ຄູຊູ​ເກ​ໂຕ​ວິກ ​ໂຊ​ອີ​ກູ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ແລະ ທ່ານ​ພົນ​ໂທ​ອັນ​ເດຣ ລັຟຄົຟ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເບ​ລາຣູຊີ, ທ່ານພົນ​ເອກ​ເວິ້ຍ​ເຟິ້ງ​ເຫີ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຈະ​ເດີນທາງ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ​ມົສກູຄັ້ງທີ 7 ທັງ​ຈະ​ຢ້ຽມຢາມຣັດ​ເຊຍ ​ແລະ ​ເບ​ລາຣູຊີ ​ແຕ່​ວັນ​ທີ 1-8 ​ເມສາ​ໜ້າ​ນີ້.

​ທ່ານ​ເວິ້ຍ​ເຟິ້ງ​ເຫີ ທີ່​ຫາ​ກໍ​ຂຶ້ນຮັບ​ຕຳ​ແໜ່​ງ​ໃໝ່​ດັ່ງກ່າວ ກໍ​ຖື​ເອົາຣັດ​ເຊຍ​ເປັນ​ເປົ້າໝາຍ​ເດີນທາງ​ຢ້ຽມຢາມ​ປະ​ເທດ​ທຳ​ອິດ​ໃນ​ຄັ້ງນີ້ ທ່ານ​ເຣີ໊ນ​ໂກ​ວ໋ສຽງ ກ່າວ​ວ່າ: ການ​ເດີນທາງ​ຢ້ຽມຢາມຣັດ​ເຊຍ ​ຂອງ​ທ່ານ​​ເວິ້ຍ​ເຟິ້ງ​ເຫີ ​ເທື່ອ​ນີ້ ກໍ​ເພື່ອ​ຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ອັນສຳຄັນ​ ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ ​ໄດ້ຕົກລົງ​ກັນ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ລົງ​ເລິ​ກການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ສອງ​ກອງທັບ​ຢ່າງຮອບດ້ານ ​ແລະ​ເສີມ​ສ້າງສາ​ຍພົວພັນ​ຄູ່​ປະສານ​ງານທາງ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ. ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບຣັດ​ເຊຍ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ໃຫ້​ພັດທະນາ​ຕື່ມ​ອີກ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ ​ແລະຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ