ຈີນ​ສົ່ງ​ດາວ​ທຽມ​ພາ​ທາງ​ເປີຍ​ໂຕ​ດວງ​ທີ 30 ແລະ 31 ຢ່າງ​ສຳ​ເລັດ​ຜົນ
2018-03-30 16:17:59  cri 
ຕອນ​ຂ້ອນ​ແຈ້ງວັນ​ທີ 30 ມີ​ນາ​ນີ້ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ, ຈີນ​ໄດ້​ໃຊ້​ຈະ​ຫຼວດ​ສົ່ງ​ຍານ "ຊາງ​ເຈິ່ງ 3B" ສົ່ງ​ດາວ​ທຽມ​ພາ​ທາງ​ເປີຍ​ໂຕດວງ​ທີ 30 ແລະ 31 ຢ່າງ​ສຳ​ເລັດ​ຜົນ.

ດາວ​ທຽມ​ສອງດວງ​ດັ່ງ​ກ່າວ ແມ່ນ​ດາວ​ທຽມ​ວົງ​ໂຄ​ຈອນ​ໜ່ວຍ​ໂລກ​ຮູບ​ມົນ​ກາງ, ແມ່ນດວງ​ທີ 7 ແລະ 8 ຂອງ​ໂຄງ​ການ​ເປີຍ​ໂຕ 3 ຂອງ​ຈີນ.   ຫຼັງ​ຈາກ​​ຂຶ້ນ​ສູ່​ອະ​ວະ​ກາດ​ເປັນ​ເວ​ລາ 3 ຊົ່ວ​ໂມງ​ປາຍ, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ, ຫຼັງ​ຈາກນັ້ນ, ຈະ​ດຳ​ເນີນ​ການ​ວັດ​ແທກ​ໂດຍ​ລວມ​, ​ການ​ທົດ​ລອງ​ແລະ​ການ​ປະ​ເມີນ, ພ້ອມ​ທັງ​ຮ່ວມ​ກັບ​ດາວ​ທຽມ 6 ໜ່ວຍ​ຂອງ​ໂຄງ​ການ​ເປີຍ​ໂຕ 3 ທີ່​ສົ່ງ​ຂຶ້​ນ​ສູ່​ອະ​ວະ​ກາດ​ກ່ອນ​ໜ້ານີ້ນັ້ນ ປະ​ກອບ​ເປັນ​ເຄືອ​ຂ່າຍ​ແລະ​​ເລີ່ມດຳ​ເນີນ​ງານຮ່ວມ​ກັນ.

ຕາມ​ແຜນ​ການແລ້ວ, ລະ​ບົບ​ພາ​ທາງ​ດາວ​ທຽມ​ເປີຍ​ໂຕ​ຈະ​ເລີ່ມ​ຮັບ​ໃຊ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໃນ​ທ້າຍ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ