ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ການ​ລົງ​ທຶນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ເມ​ສາ​ປີນີ້
2018-03-30 16:33:57  cri 
    ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ​ຈີນ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ທີ 29 ມີ​ນານີ້ ເພື່ອ​ປະ​ກາດ​ວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ການ​ລົງ​ທຶນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈະ​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນວັນ​ທີ 12 ​ເມ​ສາ​ປີນີ້. ທ່ານ ຢ​ວີ໊ຈ້ຽນ​ລົງ ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ການ​ຄ້າ​ສາ​ກົນ​ຈີນ​ໃຫ້​ຮູ້​ວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າ​ 600 ກວ່າ​ທ່ານ​ຈາກ​ຈີນ​ແລະ​ອີກ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ມາ​ເຂົ້າ​ຮ່ວມ.

    ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ຈັດ​ຂຶ້ນໂດຍ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າສາ​ກົນ​ຈີນ, ສະ​ມາ​ຄົມ​ການ​ຄ້າ​ສາ​ກົນ​ຈີນ ແລະ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ໂລກ ແລະ​ເນັ້ນ​ຫົວ​ຂໍ້​ວ່າ "ປ່ອຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຮ່ວມ​ກັນ​ຊົມ​ໃຊ້​ອະ​ນາ​ຄົດ".

    ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີນີ້, ຈີນ​ໄດ້​ເພີ່ມ​ການ​ສົ່ງ​ອອກ​ແລະ​ການ​ນຳ​ເຂົ້າ​ຈາກ​ຕະຫຼາດ​ຈະ​ເລີນ​ໃໝ່​ທີ່​ເປັນ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຢ່າງວ່ອງ​ໄວ, ລວມ​ເຂົ້າ​ກັນ​ແລ້ວ, ຕົກ​ເປັນ​ມູນ​ຄ່າ 1260 ຕື້ຢວນ, ເພີ່ມ​ຂຶ້ນ 21,9% ເຊິ່ງ​ສູງກວ່າ​ຄວາມ​ໄວ​ເພີ່ມ​ຂຶ້ນ​ດ້ານ​ການ​ຄ້າ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ໂດຍ​ລວມ​ຂອງ​ຈີນ 5,2%. ເສດ​ຖະ​ກິດ​ການ​ຄ້າ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ມີ​ທ່ວງ​ທ່າ​ພັດ​ທະ​ນາ​ຢ່າງ​ຄຶກ​ຄັກຫຼາຍຂຶ້​ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ