ການ​ພົວ​ພັນ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ​ຮັກ​ສາ​ຄວາມ​ປອດ​ໄສ​ແລະ​ໜັກ​ແໜ້ນນັ້ນ​ແມ່ນ​ຄວາມ​ຫວັງຂອງ​ປະ​ຊາ​ຄົມ​ໂລກ
2018-03-30 17:32:55  cri 
    ທ່ານ​ພັນເອກ​ພິ​ເສດ ເຢີນ​ກົວ​ຊຽງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ໄດ້​ກ່າວ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບຈີນ-ອາ​ເມ​ລິ​ກາ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 29 ມີ​ນານີ້​ວ່າ, ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ​ຢ່າງ​ປອດ​ໄສ​ແລະ​ໜັກ​ແໜ້ນນັ້ນ ແມ່ນ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ແມ່ນ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຊາດ​ແລະ​ສອງກອງ​ທັບ, ທັງ​ແມ່ນ​ຄວາມ​ຫວັງ​ຂອງ​ປະ​ຊາ​ຄົມ​ໂລກ​ໂດຍ​ທົ່ວ​ໄປ.
ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນຈັດ​ຂຶ້ນໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ກອງ​ທັບເຮືອອາ​ເມ​ລິ​ກາ​ຄື​ວ່າ​ໄດ້​ຂຸ້ນ​ຂ້ຽວ​ໃນ "ການ​ເຄື່ອນ​ໄຫວ​ເດີນ​ທະ​ເລ​ຢ່າງ​ເສ​ລີ" ຢູ່​ເກາະ​ດອນ​ທະ​ເລ​ຈີນ​ໃຕ້, ຂໍ​ຖາມ​ວ່າ ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ການ​ພົວ​ພັນ​ສອງກອງ​ທັບ​ໃນ​ປັດ​ຈຸ​ບັນ. ທ່ານ ເຢີນ​ກົວ​ຊຽງ ຕອບ​ວ່າ:

    "ກອງ​ທັບ​ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​​ເສີມຂະ​ຫຍາຍ​ການ​ພົວ​ພັນ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ, ຂະ​ນະ​ດຽວ​ກັນ ກໍ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ​ຢ່າງ​ເດັດ​ດ່ຽວ. ພວກ​​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ອາ​ເມ​ລິ​ກາ​ຈະ​ເດີນ​ຕາມ​ທິດ​ທາງ​ດຽວ​ກັນ​ກັບ​ຈີນ, ຮ່ວມ​ກັນ​ກຳ​ສະ​ຖາ​ນະ​ການ​ໃຫຍ່​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຊາດ​ແລະ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ, ພະ​ຍາ​ຍາມ​​ສ້າງ​ການ​ພົວ​ພັນ​ສອງກອ​ງ​ທັບ​ໃຫ້​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ທີ່​ໜັກ​ແໜ້ນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ