ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ອາ​ເມ​ລິ​ກາ​ບໍ່​ຈຳ​ເປັນພົບ​ຜົນ​ເສຍ​ຫາຍ​ແລ້ວ​ຈິ່ງ​ຖອຍຫຼັງ
2018-03-31 17:09:58  cri 
ແນ​ໃສ່​ກໍ​ລະ​ນີ​ທ່ານ ເຕ​ຣີ ບ​ຣານ​ສະ​ເຕັດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ ຈີນ​ບໍ່​ຄວນ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ໝາກ​ຖົ່ວ​ເຫຼືອງຈາກ​ອາ​ເມ​ລິ​ກາ​ເປັນ​ການ​ແກ້​ແຄ້ນ​ຕໍ່​ອາ​ເມ​ລິ​ກາ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 30 ມີ​ນາ​ນີ້​ວ່າ: ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດບ​ຣານ​ສະ​ເຕັດ​ມາ​ຈາກ​ລັດ​ສຳ​ຄັນ​ໃນການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອງ​ອາ​ເມ​ລິ​ກາ, ທ່ານ​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍດ​ຂອງ​ຜູ້​ປະ​ກອບ​ການ​ຂະ​ແໜງ​ການ​ກະ​ສິ​ກຳ​ອາ​ເມ​ລິ​ກາ​ນັ້ນ​ເປັນ​ເລື່ອງ​ສົມ​ເຫດ​ສົມ​ຜົນ​ທີ່​ຄວນ​ໃຫ້​ຄວາມ​ເຂົ້າ​ໃຈ​. ຄວາມຈິງ​ແລ້ວ, ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ເປັນ​ຫ່ວງວ່າ​ມາດ​ຕະ​ການ​ລັດ​ທິ​ຝ່າຍ​ດຽວ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ​ຊຸດ​ໂຊມ​ລົງ​ນັ້ນ​ບໍ່​ຈຳ​ກັດ​ແຕ່​ຂະ​ແໜງ​ການ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເທົ່າ​ນັ້ນ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ຈີນ​ຄວນ​ຖື​​ໝາກຖົ່ວ​ເຫຼືອງ​ເປັນ​ຂົງ​ເຂດ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້ຫຼື​ບໍ່​, ສິ່ງ​ທີ່​ຄວນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ນັ້ນຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຄ້າ​ກັບ​ສົງ​ຄາມ​ການ​ຄ້າ​​ຄື ການ​ຄ້າ​ ແມ່ນ​ດຳ​ເນີນ​ໂດຍ​ຝ່າຍ​ຕ່າງໆ​ປຶກ​ສາ​ຫາ​ລື​ກັນ, ແຕ່​ສົງ​ຄາມ​ການ​ຄ້າ​ຫາກ​ກໍ່​ຂຶ້ນ​ແລ້ວ, ຝ່າຍ​ຕອບ​ໂຕ້​ພຽງ​ແຕ່​ຈະ​ອີງ​ຕາມ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເພື່ອ​ຕັດ​ສິນ​ເວ​ລາ,ວິ​ທີ​ແລະ​ຂົງ​ເຂດ​ໃນ​ການ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້. ຈີນ​ໄດ້​ກ່າວ​ມາຫຼາຍ​ເທື່ອ​ແລ້ວ​ວ່າ: ຈີນ​ບໍ່​ຢາກ​ເຂົ້າ​ຮ່ວມ​ສົງ​ຄາມ​ການ​ຄ້າ. ຂະ​ນະ​ດຽວ​ກັນ, ຈີນ​ກໍ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງຫຼາຍ​ເທື່ອ​ແລ້ວ​ວ່າ ຖ້າ​ຫາກ​ຖືກ​ບັງ​ຄັບ​ເຂົ້າ​​ຮ່ວມສົງ​ຄາມ​ການ​ຄ້າ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເປັນ​ຢ່າງ​ດີ. ຈີນ​ຫວັງ​ວ່າ ຜູ້​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ລິ​ກາ​ຈະ​ຕັ້ງ​ໃຈ​ຮັບ​ຟັງ​ສຽງ​ຮຽກ​ຮ້ອງ​ຢ່າງກວ້າງ​ຂວາງ​ຈາກ​ຜູ້​ບໍ​ລິ​ໂພກ​ແລະ​ຂະ​ແໜ​ງ​ການ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ, ຕັ້ງ​ໃຈ​ຊັ່ງ​ຊາ​ຜົນ​​ໄດ້​ຜົນ​ເສຍ​ຂອງ​ມາດ​ຕະ​ການ​ລັດ​ທິ​ຝ່າຍ​ດຽວ​ຕໍ່​ອາ​ເມ​ລິ​ກາ, ບໍ່​ຈຳ​ເປັນ​ພົບ​ຜົນ​ເສຍ​ຫາຍ​ແລ້ວ​ຈິ່ງ​ຖອຍຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ