ການດຳ​ເນີນ​ການ​ປະ​ຕິ​ຮູບ​ໃຫ້ເຖິງ​ກົກ​ເຖິງ​ຮາກ ແລະ ລົງ​ເລິກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເລິກ​ເຊິ່ງເປັນ​ການ​ລະ​ລຶກ​ທີ່​ດີ​ທີ່​ສຸດ​ຕໍ່​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ​ຄົບ​ຮອບ 40 ປີ
2018-03-31 17:18:34  cri 
ວັນ​ທີ 31 ​ມີ​ນາ​ນີ້, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ​ຫຼື GMS ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ.

ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງ​ຢີ້ ກ່າວ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ເປີດ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ໝາຍ​ຄວາມ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່ ແລະ ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ທາງ​ປະ​ຫວັ​ດ​ສາດ​ໃໝ່ແລ້ວ. ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່, ຈະ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະຕູ​ສູ່​ພາຍນອກ​ຕື່ມ​ອີກ. ການດຳ​ເນີນ​ການ​ປະ​ຕິ​ຮູ​ບ​ໃ​ຫ້​ເຖິງ​ກົກ​ເຖິງ​ຮາກ ແລະ ລົງ​ເລິກ​ການ​ເປີດ​ປະ​​ຕູ​ສູ່​ພາຍນອກ​ຢ່າງ​ເລິກ​ເຊິ່ງ​ນັ້ນເປັນ​ການ​ລະ​ລຶກ​ທີ່​ດີ​ທີ່​ສຸດ​ຕໍ່​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ​ຄົບ​ຮອບ 40 ປີ. ພວກ​ຂ້າ​ພະ​ເຈົ້າຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ແບບ​ມີ​ຄວາມ​ເສ​ລີ​ແລະ​ຄວາມ​ສະ​ດວກໃນລະ​ດັບ​ສູງ,ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ມີ​ເສ​ລີ​ພາບ​ແລະ​ຄວາມ​ທ່ຽງ​ທຳ​ກວ່າ​ເກົ່າ​ແລະຜ່ອນ​ຄາຍ​ນະ​ໂຍ​ບາຍອະ​ນຸ​ມັດ​ໃຫ້​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ. ໃນ​ເດືອນ​ພະ​ຈິກ​ປີ​ນີ້,ພວກ​ເຮົາ​ຈະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຂາ​ເຂົ້າສາ​ກົນ​ຄັ້ງ​ທຳ​ອິດ​ຢູ່​​ກຳ​ແພງນະ​ຄອນ​ຊຽງ​ໄຮ. ນີ້​ແມ່ນ​ຕະ​ຫຼາດ​ໃຫຍ່​ທີ່​ຢູ່​ໜ້າ​ປະ​ຕູ​ຂອງ​ບັນ​ດາ​ປະ​ເທດ. ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ເພື່ອຍາດ​ເອົາ​ໂອ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ