ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ​ຄັ້ງ​ທີ 6 ຂອງ​GMS
2018-04-01 12:31:59  cri 
ວັນ​ທີ 31 ມີ​ນາ​ຜ່ານ​ມານີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່​ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດຄັ້ງ​ທີ 6 ຂອງ​ຂອບການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳ​ຂອງ ຫຼື GMS ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​​ປະ​ເທດ​ຫວຽດ​ນາມ.

​ທ່ານ​ຫວ່າງ​​ຢີ້​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳ​ຂອງໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 25 ປີ​ແລ້ວ ເຊິ່ງ​ເຮັດ​ໃຫ້​ອະ​ນຸ​ພາກ​ພື້ນ​ນີ້​ກາຍ​ເປັນ​ອະ​ນຸ​ພ​າກ​ພື້ນ​ທີ່​ມີ​​ພະ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ​​ທີ່​ແຂງແຮງ​ທີ່​ສຸດ ແລະ​ມີ​ທ່າ​ອຽງ​ພັດ​ທະ​ນາ​ທີ່​ດີ​ທີ່​ສຸດ​ຢູ່​ອາ​ຊີ. ພວກ​ເຮົາ​ຄວນ​ສະຫຼຸບ​ບົດ​ຮຽນ, ກຳ​ແໜ້ນ​ກາ​ລະ​ໂອ​ກາດ, ເປີດ​ສະ​ພາບ​ການ​ໃໝ່​​ແຫ່ງ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ. ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງກວ່າ​ເກົ່າ, ​ເປີດ​ຊ່ອງ​ທາງ​ໃໝ່​ໃນ​ການ​ຂຸດ​ຄົ້ນ​ກຳ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ, ເພີ່ມ​ທະ​ວີ​ກຳ​ລັງ​ຊຸກ​ຍູ້​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ແລະ​ ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່. ຕ້ອງ​ສ້າງ​ໂຄງ​ຮ່າງ​ການ​ຮ່ວມ​ມື​ທີ່​ເປີດປະ​ຕູກວ່າ​ເກົ່າ, ຊຸກ​ຍູ້​ການ​ຄ້າ ແລະ ​ການ​ລົງ​ທຶນ​ມີ​ເສ​ລີ​ພາບ ແລະ​ ມີຄວາມ​ສະ​ດວກກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະໜັບ​ສະ​ໜູນ​​ຂອບ​ການ​ຄ້າຫຼາຍ​ຝ່າຍ, ຊຸກ​ຍູ້​​​ໃຫ້ເສດ​ຖະ​ກິດໂລ​ກາ​ພິ​ວັດ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ເປີດ​ປະ​ຕູ​, ກວມ​ລວມ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ, ດຸນ​ດ່ຽງ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຕ້ອງ​ສ້າງ​ເຄືອ​ຂ່າຍເຊື່ອມ​ຈອດ​ກັນ​ທີ່​​ປະ​ສາ​ນ​ສົມ​ທົບ​ຢ່າງ​ໃກ້​ຊິດກວ່າ​ເກົ່າ, ເນັ້ນ​ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ການ​ສຳ​ຄັນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ການ​ເຊື່ອມ​ຈອດ​ກັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ຕ້ອງ​ເສີມ​ສ້າງສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ໃຫ້​ໃກ້​ຊິດກວ່າ​ເກົ່າ,​ຍຶດ​ໝັ້ນຫຼັກ​ການ​ທີ່​ເຄົາ​ລົບ​ກັນ, ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ໂອບ​ອ້ອມ​ອາ​ລີ ແລະ​ ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ສະ​ແຫວງ​ຫາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ຮ່ວ​ມ​ມື​ກັນ, ເດີນ​ຕາມ​ເສັ້ນ​ທາງ​ທີ່​ພັດ​ທະ​ນາ ແລະ ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ​ໂດຍອີງ​ຕາມ​ແຜນ​ການ​ທີ່​ກຳ​ນົດ​ໄວ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່​ຈະ​ສຸມ​ໃສ່​ການ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທ​ດ​ອ້ອມ​ຂ້າງ. ປະ​ເທດ​ໃນ​ອະ​ນຸ​ພາກ​ພື້ນ​ເປັນ​ຄູ່​ຮ່ວມ​ມື​ທຳ​ມະ​ຊາດ​ໃນ​ການ​ສ້າງ "ໜຶ່ງ​ແນວ​ໜຶ່ງ​ເສັ້ນ​ທາງ", ກໍ​ເປັນ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ກ່ອນ​ໝູ່. ພວກ​​ເຮົາຈະ​ຊຸກ​ຍູ້​ການ​ຮ່​ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ໃຫ້​ເຊື່ອມ​ຈອດ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ປະ​ສານ​ສົມ​ທົບ​ກັນ. ພວກ​​ເຮົາຕ້ອງ​ມີ​ການເຊື່ອມ​ຈອດ​ດ້ານ​ນະ​ໂຍ​ບາຍ​ຢ່າງ​ແທ້​ຈິງ,​ ພັດ​ທະ​ນາ​ແລວທາງ​ເສດ​ຖະ​ກິດ​ໃຫ້​ດີ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ລົ​ງ​ເລິກ​​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ຈິດ​ໃຈຂອງ​ປະ​ຊາ​ຊົນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າໃນ​ອະ​ນຸ​ພາກ​ພື້ນ, ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ