​ປີ​ນີ້ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ຈະປ່ອຍ​ເງິນ​ກູ້ 400ຕື້ຢວນ​ເພື່ອ​ລົບ​ລ້າງ​ຄວາມ​ທຸກ​ຍາກແບບ​ຖືກ​ເປົ້າ​ໝາຍ
2018-04-01 14:58:30  cri 
​ວັນ​ທີ 1 ເມ​ສາ​ນີ້, ​ເຈົ້າ​ໜ້າ​ທີ່ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ, ປີ​ນີ້​​​ທະ​ນາ​ຄານ​ຕົນຈະປ່ອຍ​ເງິນ​ກູ້ 400ຕື້ຢວນ​ເພື່ອ​ລົບ​ລ້າງ​ຄວາມ​ທຸກ​ຍາກແບບ​ຖືກ​ເປົ້າ​ໝາຍ, ສະ​ໜັບ​ສະ​ໜູນ​ເຂດ​ທຸກ​ຍາກ ໂດຍ​ສະ​ເພາະ​ແມ່ນ​ເຂດ​ທຸກ​ຍາກ​ພິ​ເສດ​ດຳ​ເນີນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ເຂດ​ທຸກ​ຍາກ​ໄປ​ຕ່າງ​ຖິ່ນ, ພັດ​ທະ​ນາ​ຜະ​ລິດ​ຕະ​ກຳ​ທີ່​ມີ​ທ່າ​ແຮງ​ທ້ອງ​ຖິ່ນ, ແລະ​ປັບ​ປຸງ​ເງື່ອນ​ໄຂ​ການ​ສຶ​ກ​ສາ ສາ​ທາ​ລະ​ນະ​ສຸກ ແລະ​ອື່ນໆ.

ສະ​ຖິ​ຕິ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 5ປີ​ຜ່ານ​ມາ, ໄດ້​ປ່ອຍ​ເງິນ​ກູ້​ 919,1 ຕື້ຢວນ​ເຂົ້າ​ໃນ​ການລົບ​ລ້າງ​ຄວາມ​ທຸກ​ຍາກ​ແບບ​ຖືກ​ເປົ້າ​ໝາຍ, ເຊິ່ງ​ປົກ​ຄຸມ 987ເມືອງ​ທຸກ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ