ເສັ້ນ​ທາງ​ພັດ​ທະ​ນາ​ເມືອງ​ໃໝ່​ສົງ​ອ່ານ: ຊອກ​ຄົ້ນ​ອະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ​ໂລກ
2018-04-01 16:07:18  cri 
ວັນ​ທີ 1 ເມ​ສາ​ຂອງ​ປີ​ຜ່ານ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ອອກ​ແຈ້ງ​ການ ​ໂດຍ​ຕົກ​ລົງ​ສ້າງ​ເມືອງ​ໃໝ່​ສົງ​ອ່ານ​ຢູ່​ແຂວງ​ເຫີ​ເປີຍ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ເມືອງ​ສັນ​ຍາ​ລັກ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ຮູບ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ກ້າວ​ເຂົ້​າ​ສູ່​ຍຸກ​ໃໝ່ນັ້ນ ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ແລ້ວ. ນີ້​ເປັນ​ການ​ຄັດເລືອກ​ທາງ​ຍຸດ​ທະ​ສາດ​ຄັ້ງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ ເຊິ່ງ​ເມືອງ​ໃໝ່​ນີ້​ກໍ​ເປັນ​ເມືອງ​ໃໝ່​ທີ່​​ມີຄວາມ​ໝາຍ​ສຳ​ຄັນ​ລະ​ດັບ​ຊາດ​ອີກ​ແຫ່ງ​ໜຶ່ງ ເຊິ່ງ​ຮອງ​ຈາກ​ເຂດ​​ເສດ​ຖະ​ກິດພິ​ເສດ​ເສິ່ນ​ເຈິ້ນ ແລະ​ ເມືອງ​ໃໝ່​ຜູ​ຕົ່ງ​ນະ​ຄອນ​ຊຽງ​ໄຮ.

ຈັງ​ຫວະ​ການ​ເຕີບ​ໂຕ ແລະ​ຄວາມ​ຄືບ​ໜ້າ​ດ້ານ​ການ​ພັດ​ທະ​ນາຂອງ​ເມືອງ​ໃໝ່​ສົງ​ອ່ານ​ໃນ​ປີ​ທຳ​ອິດ​ສະ​ແດງ​ໃຫ້​ເຫັນ​ວ່າ, ເສັ້ນ​ທາງ​ການ​ພັ​ດ​ທະ​ນາ​ເມືອງ​ໃໝ່​ສົງ​ອ່ານ​ໃນ​ອະ​ນາ​ຄົດ ຍ່ອມ​ຈະ​ມີ​ລັກ​ສ​ະ​ນະ​ປະ​ດິດ​ສ້າງ​ໃໝ່ ແລະ​ເຊື່ອມ​ໂຍງ​ກັນ ໂດຍຢູ່​ບົນ​ພື້ນ​ຖານ​ບົດ​ຮຽນ​ສຳ​ເລັດ​ຜົນ​ໃນ​​ອະ​ດີດ, ກໍ​ຍ່ອມ​ຈະ​ມີ​ສີ​ສັນ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ຂອງ​ຈີນ. ສຳ​ລັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ສົງ​ອ່ານ​ກັບ​ຈີນ, ກໍ​ຄ້າຍ​ຄື​ກັນ​ກັບ​ຈີນ​ກັບ​ໂລກ​ໃນ​ປັດ​ຈຸ​ບັນ, ໂດຍ​ມີ​ສາຍ​ພົວ​ພັນ​ແບບ​ພິ​ເສດ.

​ນັບແຕ່​ວິ​ກິດ​ການ​ສິນ​ເຊື່ອ​​ປີ2008 ແລະ ​ວິ​ກິດ​ການ​ໜີ້​ສິນ​ເອີ​ລົບ​​ປີ 2010 ເປັນ​ຕົ້ນ​ມາ, ຈີນ​ເລີຍ​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​​ຕົ້ນ​ຕໍ​ສຳ​ລັບການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ ໂດຍ​ໄດ້​ເປັນ​ການ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ອາ​ເມ​ລິ​ກາ ແລະ ​ເອີ​ລົບ​ບໍ່​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ຄື​ເກົ່າ ​ຍ້ອນ​ວິ​ກິດ​ການ​ການ​ທະ​ນາ​ຄານ ແລະ​ ວິ​ກິດ​ການ​ໜີ້​ສິນ, ​ທັງ​ພາຍ​ໃນ​ ແລະ​ ພາຍນອກກໍ​ໄດ້​ຄວາມ​ສົງ​ໄສ​ຕໍ່ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ເຂົາ​ເຈົ້າ​.

​ຈີນ​ຫາກ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ຕົນນັບ​ມື້ຫຼາຍ​ຂື້ນ​ຢ່າງ​ບໍ່​ຢຸ່ດ​ຢັ້ງ. ​ໃນ​ຖາ​ນະ​ເປັນປະ​ເທດ​ພວມ​ພັດ​ທະ​ນາ, ຈີນພວມ​ກາຍ​ເປັນ​ຜູ້​ຊຸກ​ຍູ້​ ຈົນ​ເຖິງ​ຂັ້ນ​ຜູ້​ນຳ​ພາການ​ຄ້າ​ເສ​ລີ ແລະ ​ການ​ປະ​ດິດ​ສ້າງ​ໃໝ່. ຈີນ​ພວມກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃຫຍ່ ແລະ ມີ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ ​ບົນ​ພື້ນ​ຖານ​​ຮັບ​ເອົາ​ຜົນ​ສຳ​ເລັດ​ທີ່​ກ້າວ​ໜ້າ​ຈາກ​​ອະ​ລິ​ຍະ​ທຳ​ຕາ​ເວັນ​ອອກ ແລະ​ຕາ​ເວັນ​ຕົກ​ໃນ​ປັດ​ຈຸ​ບັນ. ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແບບ​ນີ້ທັງ​ເປັນ​ຂອງ​ຈີນ, ທັງ​ເປັນ​ຂອງ​ທົ່ວ​ໂລກ ເຊິ່ງເປັນ​ການ​ຄົ້ນ​ຄວ້າ​ອັນ​ຍິ່ງ​ໃຫຍ່​ຄັ້ງ​ໜຶ່ງ​ສຳ​ລັບ​ເສັ້ນ​ທາງ​ພັດ​ທະ​ນາ ແລະ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ