ຝ່າຍ​ຈີນຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວກັບ "ຫຼັກ​ສູດ​ຊີ້​ນຳ​ການ​ຮຽນ"ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ຍີ່ປຸ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ອີ
2018-04-01 16:58:58  cri 
ວັນ​ທີ 31 ມີ​ນານີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ, ຈີນ​ໄດ້​​ຕໍ່​ວ່າ​ທັກ​ທ້ວງຢ່າງ​ເຄັ່ງ​ຂືມຕໍ່​ປະ​ເທດ​ຍີ່​ປຸ່ນ​ກ່ຽກ​ກັບ"ຫຼັກ​ສູດ​ຊີ້​ນຳ​ການ​ຮຽນ"ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ຍີ່ປຸ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ອີ, ໂດຍ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່​ນ​ຈົ່ງ​ພິ​ຈາ​ລະ​ນາ​ຕໍ່​ປະ​ຫວັດ​ສາດ​ແລະ​ຄວາມ​ຈິງ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ເພື່ອ​ສຶກ​ສາ​ຄົນ​ລຸ້ນໃໝ່​ດ້ວຍ​ທັດ​ສະ​ນະ​ປະ​ຫວັດ​ສາດ​ທີ່​ຖືກ​ຕ້ອງ, ຢຸດ​ກໍ່​ເຫດ​ການ​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ.

ວັນ​ທີ 30 ມີ​ນານີ້, ກະ​ຊວງວັດ​ທະ​ນະ​ທຳ​ແລະວິ​ທະ​ຍາ​ສາດຍີ່​ປຸ່ນ​ໄດ້​​ເຜີຍ​ແຜ່"ຫຼັກ​ສູດ​ຊີ້​ນຳ​ການ​ຮຽນ"ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​​ສະ​ບັບ​ດັດ​ແກ້, ໂດຍ​ຮຽກ​ຮ້ອງ​ໃຫ້​​ເພີ່ມ​ເນື້ອ​ໃນ​ຕ່າງໆ​ເຂົ້າ​ໃສ່​ການ​ສຶກ​ສາ​ຊັ້ນ​ສູງ ເຊັ່ນ: ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຍີ່​ປຸ່ນ, ບໍ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ດ້ານ​ດິນ​ແດນ​.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ໃກ້​ຄຽງ ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູ​ຮານ​ນະ​ການ,ຈີນ​​ປົກ​ປ້ອງອະ​​ທິ​ປະ​ໄຕທາງ​ດິນ​ແດນ​ຢ່າງ​ເດັດ​ຂາດ, ການ​ກະ​ທຳ​​ໃດໆ​ທີ່​ຢາກ​ຍຶດ​ຄອງ​ອະ​ທິ​ປະ​ໄຕ​ເກາະ​ຕ້ຽວ​ອີ​ຈີນນັ້ນລ້ວນ​ແຕ່​ຈະ​ບໍ່​ໄດ້​ຜົນ​ໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ