ຍານ​ອະ​ວະ​ກາດ "​ທ່ຽນ​ກົ່ງ​-1"ເຂົ້​າສູ່​ຊັ້ນ​ອາ​ກາດ​ອີກ​ຄັ້ງ​ໃໝ່
2018-04-02 10:51:27  cri 
ຫ້ອງ​ການ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຈີນ​ແຈ້ງ​ໃຫ້​ຊາບໃນ​ວັນ​ທີ 2 ເມ​ສາ​ນີ້​ວ່າ: ​ຕາມ​ຜົນ​ການ​ຕິດ​ຕາມ​ວິ​ເຄາະ​ຂອງ​ສູນ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ​ແລະ​ສະ​ຖາ​ບັນ​ທີ່​ກ່ຽວ​ຂ້ອງ, ເວ​ລາ 8 ໂມງ 15 ນາ​ທີ​ຂອງວັນ​ທີ 2 ເມ​ສາ​ນີ້ ຕາມ​ເວ​ລາ​ປັກ​ກິ່ງ, ຍານ​ອະ​ວະ​ກາດ​ທ່ຽນ​ກົ່ງ-1(Tiangong-1)ໄດ້​ເຂົ້າ​ສູ່​ຊັ້ນ​ອາກາດ​ອີກ​ຄັ້ງ​ໃໝ່ ແລ້ວ​ຕົກ​ລົງ​ເຂດ​ພາກ​ກາງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້, ຊີ້ນ​ສ່ວນ​ສ່ວນ​ຫຼາຍ​ຂອງຍ​ານ​ອະ​ວະ​ກາດ​ດັ່ງ​ກ່າວ​ໄດ້​ໄໝ້​ກ້ຽງໝົດ​ໃນ​ເວ​ລາ​ເຂົ້າ​ສູ່​​ຊັ້ນ​ອາ​ກາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ