ທ່ານ​ສີ​ຈິ້ນ​ຜິງ​ຮ່ວມ​ກິດ​ຈະ​ກຳ​ປູກ​ໄມ້​ຕາມ​ພັນ​ທະ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ
2018-04-03 10:44:16  cri 

ຕອນ​ເຊົ້າ​ວັນ​ທີ 2 ເມ​ສາ​ນີ້, ຜູ້​ນຳ​ພັກ-ລັດ​ ສ​ປ ຈີນ​ເຊັ່ນ ທ່ານ​ສີ​ຈິ້ນ​ຜິງ, ທ່ານຫຼີ​ເຄີ້​ສຽງ, ທ່ານ​ລີ້​ຈ້ານ​ຊູ່, ທ່ານ​ວ່າງ​ຢາງ,ທ່ານ​ວາງ​ຮູ້​ນິງ, ທ່ານ​ຈ້າວ​ເລີ້​ຈີ້, ທ່ານ​ຮານ​ເຈີ້ງ,ທ່ານ​ວາງ​ຊີ​ຊ່ານ​ແລະ​ທ່ານ​ອື່ນໆ​ໄດ້​ເດີນ​ທາງ​ໄປ​ເຖິງ​ຕາ​ແສງ​ຈ່າງ​ເຈ່ຍ​ວ່ານ ເມືອງ​ທົ່ງໂຈ່ວ ນະ​ຄອນຫຼວງ​ປັກ​ກິ່ງ​ເພື່ອ​ຮ່ວມ​ກັບ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູ​ກ​ໄມ້​ຕາມ​ພັນ​ທະ.

​ໂອ​ກາດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໂອ້​ລົມ​ກັບ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທີ່​ຮ່ວມ​ກິດ​ຈະ​ກຳ​ປູກ​ໄມ້​ກ່ຽວ​ກັບ​ວຽກ​ງານ​ປູກ​ໄມ້​ສ້າງ​ປ່າ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ທ່ານ​ເນັ້ນ​ວ່າ: ການ​ປູ​ກ​ຕົ້ນ​ໄມ້​ ເພື່ອ​ສ້າງ​ປະ​ເທດ​ຊາດ​ໃຫ້​ຂຽວ​ງາມ​ນັ້ນ​ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້​ ​ສ້າງ​ປະ​ເທດ​ຊາດ​ໃຫ້​ຂຽວ​ງາມ​ຢ່າງ​ເປັນ​​ຂະ​ບວນ, ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນຢ່າງ​ຍາວ​ນານ​ເພື່ອ​ເຮັດ​ໃຫ້​ດິນ​ແດນ​ປະ​ເທດ​ຊາດ​ຂຽວ​ງາມ​ຍິ່ງໆ​ຂຶ້ນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ