ຈີນ​ເຜີຍ​ແຜ່​ປື້​ມປົກ​ຂາວ "ນະ​ໂຍບາຍ​ແລະ​ພຶດຕິ​ກຳ​ຂອງ​ຈີນ​ໃນ​ການ​ຮັບປະກັນ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ"
2018-04-03 15:33:09  cri 

ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່ປື້​ມປົກ​ຂາວ "ນະ​ໂຍບາຍ​ແລະ​ພຶດຕິ​ກຳ​ຂອງ​ຈີນ​ໃນ​ການ​ຮັບປະກັນ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ" ​ໃນ​ວັນ​ທີ 3 ​ເມສາ​ນີ້.

ປື້​ມປົ​ກຂາວ​ດັ່ງກ່າວ​ໄດ້​ແບ່ງ​ອອກ​ເປັນ 5 ພາກສ່ວນ ຄື ນະ​ໂຍບາຍ​ພື້ນຖານ​ການ​ຮັບປະກັນ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ, ການຮັບປະກັນ​ທາງ​ກົດໝາຍ​ຕໍ່​ສິດ​ເສລີພາບ​​ໃນ​ການ​ເຊື່ອ​ຖື​ສາສະໜາ, ການ​ດຳ​ເນີນ​ກິດຈະກຳ​ສາສະໜາ​ຢ່າງ​​ເປັນ​ລະບຽບ​ຮຽບຮ້ອຍ, ວົງ​ການ​ສາສະໜາ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ເຕັມ​ສ່ວນ ​ແລະ ການ​ພົວພັນທີ່​ຕັ້ງໜ້າ​ແລະ​ປອດ​ໃສ​ລະຫວ່າງ​ສາສະໜາຕ່າງໆ.

ປື້​ມປົກ​ຂາວ​ຊີ້​ວ່າ: ​ແຕ່​ໃດ​ມາ, ຈີນກໍ​ຍຶດໝັ້ນຖື​ເອົາ​ສະພາບ​ການ​ ​ແລະຄວາມ​ເປັນ​ຈິງ​ຂອງ​​ສາສະໜາປະ​ເທດ​ຕົນ​ເປັນ​​ເດີມ​ພັນ, ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ, ຮັບປະກັນ​ສິດ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ພົນລະ​ເມືອງ​ປະ​ເທດ​ຕົນ, ສ້າງ​ການ​ພົວພັນ​ທີ່​ຕັ້ງໜ້າ​ແລະ​ປອດ​ໃສ​ລະຫວ່າງ​ສາສະໜາ​ຕ່າງໆ, ຮັກສາ​ຄວາມ​ປອງ​ດອງ​ລະຫວ່າງ​ສາສະໜາ ​ແລະ ຄວາມ​ປອງ​ດອງ​ທາງ​ສັງຄົມ.

ປື້​ມປົກ​ຂາວ ຍັງ​ຊີ້​ວ່າ: ​ໂດຍ​ປະສານ​ສົມ​ທົບ​ກັນ​ລະຫວ່າງ​ການ​ພັດທະນາ​ແລະ​ປ່ຽນ​ແປງ​ຂອງ​ສາສະໜາ ກັບ​ຄວາມ​​ຈິງ​ຂອງ​ວຽກ​ງານ​ສາສະໜາ, ຈີນ​ໄດ້​ເປີດ​ເສັ້ນທາງ​ສຳ​ເລັດ​ຜົນເສັ້ນໜຶ່ງ​ທີ່​ຮັບປະກັນ​ເສລີພາບ​ການ​ເຊື່ອ​ຖື​ສາສະໜາ​ຕາມ​ກົດໝາຍ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສາສະໜາ​ຕ່າງໆ​ມີ​ຄວາມ​ປອງ​ດອງ​ກັນ ​ແລະ ​ໃຫ້​ວົງ​ການ​ສາສະໜາ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ. ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຕ້ອງຜັນ​ຂະຫຍາຍ​ທິດ​ທາງ​ພື້ນຖານ​ຂອງພັກ​ໃນ​ວຽກ​ງານ​ສາສະໜາຢ່າງຮອບດ້ານ, ຍຶດໝັ້ນທິດ​ທາງ​ຫັນ​ສາສະໜາ​ໃຫ້​ມີ​ຈຸດ​ພິ​ເສດ​ຂອງ​ຈີນ, ຕັ້ງໜ້າ​ຊີ້​ນຳ​ໃຫ້​ສາສະໜາ​ແລະສັງຄົມ​ສັງຄົມ​ນິຍົມສອດຄ່ອງ​ກັນ. ຈີນ​ຈະ​ເຮັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະຕິບັດ​ຜ່ານ​ມາ ​ໂດຍ​ເຄົາລົບ ​ແລະ ຮັບປະກັນ​​ໃຫ້​ພົນລະ​ເມືອງ​ມີເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ, ພະຍາຍາມ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ເຂັ້ມ​ແຂງທັນ​ສະ​ໄໝ, ​ຮັ່ງມີ, ປະຊາທິປະ​ໄຕ, ອາລະຍະ​ທຳ, ປອງ​ດອງ​ກັນ ​ແລະ ສວຍ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ