ສ້າງສະ​ຫະ​ພັນ​ທະ​ນາ​ຄານ​ຈໍ​ລະ​ຈອນ​ສິນ​ຄ້າ​ການ​ຄ້າ​ແຫ່ງ​ທຳ​ອິດ​ຂອງ​ຈີນ​​ຢູ່​ປັກ​ກິ່ງ
2018-04-03 16:26:05  cri 
ວັນ​ທີ 1 ເມ​ສາ​ນີ້, ສະ​ຫະ​ພັນ​ທະ​ນາ​ຄານ​ຈໍ​ລະ​ຈອນ​ສິນ​ຄ້າ​ການ​ຄ້າ​ແຫ່ງ​ທຳ​ອິດ​ຂອງ​ຈີນທີ່ລິ​ເລີ່ມ​ໂດຍ​ທະ​ນາ​ຄານ​ເຈີ້ງ​ໂຈ່ວ​ແລະ​ປະ​ກອບ​ດ້ວຍ​ບໍ​ລິ​ສັດ​ອາ​ລີ​ບາ​ບາ, ບໍ​ລິ​ສັດ​ຈິ່ງ​ຕຸ່ງ​ແລະ​ອົງ​ການ​ຈັດ​ຕັ້ງ​ອື່ນໆ​ທັງ​ໝົດ 32 ແຫ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ ວາງ​ທ່ຽນ​ຢ​ວີ ປະ​ທານ​ສະ​ຫະ​ພັນ​ດັ່ງ​ກ່າວ​ຊຸດ​ທຳ​ອິດ, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ເຈີ້ງ​ໂຈ່ວ, ເລ​ຂາ​ຄະ​ນະ​ພັກ​ທະ​ນາ​ຄານ​ເຈີ້ງ​ໂຈ່ວ​ໄດ້​ໃຫ້​ຮູ້​ວ່າ: ສະ​ຫະ​ພັນ​ດັ່ງ​ກ່າວ​ຈະ​ສາ​ມາດ​ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນ​ການ​ທະ​ນາ​ຄານ​ທີ່ກວ້າງ​ຂວາງ,ສວຍ​ໃຊ້​ຖານ​ຂໍ້​ມູນ​ໃຫຍ່​ຫຼື big data, ​ເຕັກ​ໂນ​ໂລ​ຊີ​ແບບ​ຕ່ອງ​ໂສ້ແລະ​ເຕັກ​ໂນ​ໂລ​ຊີ​ໃໝ່​ອື່ນໆ, ສ້າງເວ​ທີ​ແຫ່ງ​ປັນ​ຍາ, ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ຕ່າງໆ​ເຊັ່ນ: ​ການ​ໝູນ​ວຽນ​ຂອງທຶນ​ຮອນ, ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ວິ​ສາ​ຫະ​ກິດ​ທີ່​ເປັນ​ສະ​ມາ​ຊິກ​ສະ​ຫະ​ພັນ​ດັ່ງ​ກ່າວ,ຊຸກ​ຍູ້​ໃຫ້​ສ້າງ​ເປັນການ​ຄ້າ​ແບບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ