ສຽງແຄນລາວ ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳມວນມະນຸດ
2018-04-03 16:56:43  cri 

ພິທີຖະແຫຼງຂ່າວ ສຽງແຄນລາວ ໄດ້ຖືກຮັບຮອງເປັນມໍລະດົກທາງວັດທະນະທໍາຂອງມວນ ມະນຸດໄດ້ຈັດຂຶ້ນໃນຕອນ
ບ່າຍຂອງວັນທີ 2 ເມສານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງ ວຽງຈັນໂດຍການເປັນກຽດເຂົ້າຮ່ວມຂອງທ່ານ
ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວລາວ ພ້ອມດ້ວຍຫົວໜ້າກົມ,
ໂຮງຮຽນຕ່າງໆ, ບັນ ດາສື່ມວນຊົນທັງລາວພ້ອມດ້ວຍແຂກທີ່ຖືກເຊີນທັງພາຍໃນ ແລະ  ຕ່າງປະເທດເຂົ້າຮ່ວມ ເປັນ
ຈໍານວນຫຼວງຫຼາຍ.

     ໃນໂອກາດນີ້,ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ການຮັບຮອງເອົາສຽງແຄນ
ລາວເປັນມໍລະດົກວັດທະນະທໍາຂອງມວນມະນຸດຢູ່ໃນກອງປະຊຸມຄັ້ງທີ12ຂອງຄະນະກຳມະການລະຫວ່າງຊາດວ່າ
ດ້ວຍການອະນຸລັກມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ,ຊຶ່ງໄດ້ຈັດຂຶ້ນທີ່ແຂວງເຈຈຸນ,ສ.ເກົາຫລີໃນວັນທີ7ທັນວາ
2017.            

ເຫດການດັ່ງກ່າວຖືວ່າເປັນຄວາມພາກພູມໃຈ ແລະມີຄວາມທະນົງໃຈທີ່ສຸດໃຫ້ແກ່ເຊື້ອ ຊາດລາວກໍ່ຄືຂອງປະຊາຊົນ
ລາວໝົດທຸກຄົນທີ່ເປັນຄົນລາວທີ່ຢູ່ພາຍໃນແລະຕ່າງປະເທດ. ພ້ອມນັ້ນ, ກໍເປັນກຽດອັນສູງສົ່ງສໍາລັບ ສປປ ລາວ
ກໍຄືປະຊາຊົນລາວ ບັນດາເຜົ່າ ແລະເປັນ ໝາກຜົນຂອງອ້າຍເອື້ອຍນ້ອງພະນັກງານຖວທທີ່ເອົາໃຈໃສ່ເຮັດວຽກດັ່ງ
ກ່າວຈົນສໍາເລັດຜົນ.     ມາຮອດປັດຈຸບັນພັກ-ລັດຖະບານໄດ້ຊຸກຍູ້ໃຫ້ກະຊວງ ຖວທ ໄດ້ນໍາສະເໜີໃຫ້ອົງການ
ອຸຍແນສໂກຮັບຮອງເອົາມໍລະດົກວັດທະນະທໍາລາວເປັນມໍລະດົກໂລກໄດ້ 3 ຢ່າງເຊັ່ນ: ເມືອງຫຼວງພະບາງເປັນ
ເມືອງມໍລະດົກໂລກແຫ່ງທໍາອິດ,ວັດພູຈໍາປາສັກ ແລະໃນທ້າຍປີ 2017 ສຽງແຄນລາວ ກໍ່ໄດ້ຖືກຮັບຮອງເປັນມໍລະ
ດົກວັດທະນະທຳມວນມະນຸດ.ນອກນັ້ນ, ຍັງມີວັດທະ ນະທໍາ ແລະ ແຫຼ່ງທ່ອງທ່ຽວແຫ່ງອື່ນໆອີກທີ່ຈະນໍາສະເໜີອົງ
ການອຸຍແນສໂກ ເພື່ອຮັບຮອງ ເອົາເປັນມໍລະດົກໂລກ.

   ທ່ານກ່າວອີກວ່າ: ພິທີສະເຫຼີມສະຫຼອງການຮັບຮອງເອົາສຽງແຄນລາວ ເປັນມໍລະດົກວັດ ທະນະທໍາຂອງມວນມະ
ນຸດຈະໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 11 ເມສາ 2018 ທີ່ນະຄອນ ຫຼວງວຽງຈັນ ຊຶ່ງຈະເລີ່ມຈັດກິດຈະກໍາຕ່າງ
ໆແຕ່ເວລາ7:00 ເປັນຕົ້ນໄປ ໂດຍຈະມີຂະບວນແຫ່ ແຄນໄປຕາມສະຖານທີ່ສໍາຄັນທາງດ້ານປະຫວັດສາດເຊັ່ນ:
ອະນຸສາວະລີເຈົ້າຟ້າງຸ່ມ, ອະນຸສາ ວະລີນັກຮົບນິລະນາມ ແລະ ອະນຸສາວະລີປະທານໄກສອນພົມວິຫານ ຜ່ານຖະ
ໜົນສາຍ ສໍາຄັນຕ່າງໆ ແຕ່ລະສະຖານທີ່ຈະມີການວາງກະຕ່າດອກໄມ້,ອ່ານບົດລາຍງານ ແລະ ເປົ່າແຄນລວມໝູ່
ຍິ່ງ-ຊາຍ ແລະ ໃນຕອນຄໍ່າມື້ດຽວກັນຈະມີພະທີສະເຫຼີມສະຫຼອງຢ່າງ ເປັນທາງການໂດຍຈະມີການຖ່າຍທອດສົດ
ຜ່ານທາງໂທລະພາບແຫ່ງຊາດລາວ ເລີ່ມແຕ່ເວລາ 19:30 ເປັນຕົ້ນໄປ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ