ທ່ານ​ສີ​ຈິ້ນ​ຜິ​ງ​ຊົມ​ເຊີຍ​​ທ່ານ​ໄຊ​ສີທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ເອຢິບ
2018-04-03 17:13:41  cri 
ວັນ​ທີ 2 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີ​ນ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​​ທ່ານອັບ​​ເດ​ວ ຟາ​ຕາ ​ໄຊ​ສີ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ເອຢິບອີກ​ວາລະ​ໜຶ່ງ.

​ໃນ​ໂທລະ​ເລກ​ຊົມ​ເຊີຍ​ຂອງທ່ານ​ສີ​ຈິ້ນຜິ​ງ​ລະບຸວ່າ: ​ໄມ​ຕີ​ຈິດ​ມິດຕະພາບ​ຈີນ-​ເອຢິບ​ມີມາ​ແຕ່​ບູຮານ​ນະ​ການ ​ແລະ​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ. ​ໃນ​ຊຸມ​ປີຜ່ານມາ, ຂ້າພະ​ເຈົ້າ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ກັບ​ທ່ານຢ່າງ​ໃກ້ຊິດ ​ຄວາມ​​ໄວ້​ເນື້ອເຊື້ອ​ໃຈ​ເຊິ່ງ​ກັນ ​ແລະ​ກັນ​ທາງການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ກໍລົງສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມືທີ່​ແທດ​ເໝາະ​ກັບ​ຕົວ​ຈິງໄດ້​ຊຸກຍູ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ, ການ​ແລກປ່ຽນ​ທາງ​ດ້ານ​ວັດທະນະທຳ​ຄຶກຄັກກວ່າ​ເກົ່າ ​ແລະຈິດ​​ໃຈປະຊາຊົນ​ສອງ​ຊາດ​ໄດ້​ຮັບ​ການ​ປະສານ​ຍິ່ງໆ​ຂຶ້ນ, ຂ້າພະ​ເຈົ້າ​ຮູ້ສຶກດີ​ໃຈ​ຫຼາຍ​ຕໍ່​ສະພາບ​ການ​ດັ່ງກ່າວ ​ແລະ​ຫວັງ​ວ່າ: ພາຍ​ໃຕ້ການ​ນຳພາ​ຂອງ​ທ່ານ​ໄຊ​ສີ, ປະຊາຊົນ​ເອຢິບຈະ​ສາມາດ​ຮັບ​ໝາກຜົນ​ທີ່​ສຳຄັນ​ຫຼາຍ​ກວ່າ​ເກົ່າ​ໃນການ​ຄົ້ນ​ຫາເສັ້ນທາງ​ການ​ພັດທະນາ​ທີ່​ສອດ​ຄ່ອງ​ກັບ​ສະພາບ​ຕົວ​ຈິງຂອງ​ປະ​ເທດ​ຕົນ. ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​​ເປັນ​ຢ່າງ​ສູງ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ຈີນ-​ເອຢິບ ​ແລະຈະ​ສືບ​ຕໍ່​ພະຍາຍາມ​ຮ່ວມ​ກັບ​ທ່ານ ​ເພື່ອ​ພະຍາຍາມຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບດ້ານ​ຈີນ-​ເອຢິບ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ສ້າງຄວາ​ມສຸກໃຫ້​ສອງ​ປະ​ເທດ ​ກໍ່​ຄືປະຊາຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ