ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຕ່າງ​ດ້າວຫຼາຍ​ທ່ານ​ຈະ​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ
2018-04-03 10:14:27  cri 
ວັນ​ທີ 2 ເມ​ສາ​ນີ້, ໂຄ​ສົກ​ກອງ​ປະ​ຊຸມ​ຂ່າວຂອງກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປີ 2018 ເປີດ​ເຜີຍ​ວ່າ, ປີ​ນີ້ຈະ​ສືບ​ຕໍ່​ຈັດ​ກອງ​ປະ​ຊຸມໂຕະ​ມົນນັກ​ທຸ​ລະ​ກິດ​ຈີນ​ຕ່າງ​ດ້າວ​ດີ​ເດັ່ນ​ກັບ​ອົງ​ການ​ຫົວ​ກະ​ທິ​ຈີນ​ຕ່າງ​ດ້າວ ເຊິ່ງ​ມີ​ຫົວ​ຂໍ້​ວ່າ: ​ຊາວ​ຈີນ​ຕ່າງ​ດ້າວທີ່​ເປີດ​ປະ​ຕູ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໂດຍ​ຈະ​ມີ 4 ຫົວ​ຂໍ້​ນ້ອຍ ຄື ການ​ປະ​ກອບ​ສ່ວນ ແລະ ບົດ​ບາດ​ຂອງ​​​ຊາວຈີນ​ຕ່າງ​ດ້າວ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ການ​ສ້າງ ແລະ ພັດ​ທະ​ນາ​ເຄືອ​ຂ່າຍ​ປະ​ສານ​ສົມ​ທົບ​​ທາງ​ເສດ​ຖະ​ກິດ​ຂອງນັກ​ທຸ​ລະ​ກິດ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ, ບົດ​ບາດ​ຂອງ​​ຊາວຈີນ​ຕ່າງ​ດ້າວ​ໃນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ ການ​ຍົກ​ລະ​ດັບ​ທຸ​ລະ​ກິດ​ ແລະ ການ​ພັດ​ທະ​ນາ​ແບບ​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ນັກ​ທຸ​ລະ​ກິດ​​ຊາວຈີນ​ຕ່າງ​ດ້າວ. ປັດ​ຈຸ​ບັນ, ມີ ນັກ​ທຸ​ລະ​ກິດ​​ຊາວຈີນ​ຕ່າງ​ດ້າວ​ດີ​ເດັ່ນ 27 ທ່ານ​ໄດ້​ຢືນ​ຢັນ​ວ່າ​ຈະ​ມາ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ກອງ​ປະ​ຊຸມ​ອາ​ຊີ​ໂປ​ອາວ​ປີ 2018 ຈະ​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 8 ຫາ 11 ເມ​ສາ​ນີ້ ເຊິ່ງ ມີ​ຫົວ​ຂໍ້​ວ່າ: "ອາ​ຊີ​ທີ່​ເປີດ​ປະ​ຕູ ແລະ ມີ​ການ​ປະ​ດິດ​ສ້າງ​ໃໝ່ ກັບ ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ພັດ​ທະ​ນາ" ແລະ ຈະ​ມີ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຢ່າງ​ເປັນ​ທາງ​ການ 65 ຄັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ