ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຢູນ​ນານ​ຈີນ-ມຽນ​ມາ​ຄັ້ງ​ທີ 5
2018-04-04 10:05:44  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຢູນ​ນານ​ຈີນ-ມຽນ​ມາ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ ແຂວງ​​ຢູນ​ນານ ສ​ປ ຈີນ​ໄດ້​ອັດ​ລົງໃນ​ວັນ​ທີ 3 ເມ​ສາ​ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ບັນ​ລຸ​ຄວາ​ມ​ເປັນ​ເອ​ກະ​ພາບ​ກັນຫຼາຍ​ຢ່າງ​ເປັນ​ຕົ້ນ: ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງບົກ​ຈີນ-ມຽນ​ມາ, ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ນ້ຳ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ອື່ນໆ.

ກອງ​ປະ​ຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​​ຢູ​ນ​ນານ​ແລະ​ມຽນ​ມາ​ໄດ້​ທົບ​ທວນ​ຄືນ​ການ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ພ້ອມ​ດ້ວຍ​ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້​ນັບ​ແຕ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຢູນ​ນານ-ມຽນ​ມາ​ຄັ້ງ​ທີ 4 ເປັນ​ຕົ້ນ​ມາ ທັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ແລະ​ຄວາມ​ຫຍຸ້ງ​ຍາກ ກໍ​ຄື​ວຽກ​ຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ໃນ​ບາດ​ກ້າວ​ຕໍ່​ໄປ​ແລ​ະ​ອື່ນໆ. ​ໂອ​ກາດ​ນີ້​, ທ່ານ​ຈ່າງ​ໂກວ​ຮ​ວາ ຮອງ​ເຈົ້າ​ແຂວງ​ແຂວງ​ຢູນ​ນານ​ແລະ​ທ່ານ​ມິນ​​ທູ ເລ​ຂາ​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​​ກໍ່ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຢູນ​ນານ​ຈີນ-ມຽນ​ມາ​ຄັ້ງ​ທີ 5.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ