ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ຫາ​ລື​ກັບ​ປະ​ທານ​າ​ທິ​ບໍ​ດີ​ຊິມ​ບາ​ເວ
2018-04-04 10:25:09  cri 

ວັນ​ທີ 3 ເມ​ສາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່າ​ນ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ເອ​ເມີ​ຊັນ ມູ​ນານ​ກາ​ກູ​ວາ ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ ທີ່​ເດີນ​ທາງ​ຢ້ຽມ​ຢາມ​ຈີນ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ຕົກ​ລົງ​ຍົກ​ສາຍ​ພົວ​ພັນ​ຈີນ-ຊິມ​ບາ​ເວ​ຂຶ້ນ​ເປັນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ຕື່ມ.

ມື້​ດຽວ​ກັນ, ສອງ​ປະ​ເທດ​ຍັງ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ​ເປັນ​ຕົ້ນ ເສດ​ຖະ​ກິດ​ເຕັກ​ນິກ,ກະ​ສິກຳ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ຂົງ​ເຂດ​ອື່ນໆ, ນອກ​ນີ້, ຊິມ​ບາ​ເວ​ຍັງ​ໄດ້ຕົກ​ລົງ​ມອບ​ສິດອອກວິ​ຊາ​ກັບ​ດ່ານ​ໃຫ້​ພົນ​ລະ​ເມືອງ​ຈີນ.

​ທ່ານ​ມູ​ນານ​ກາ​ກູ​ວາ ປີ​ນີ້​ອາ​ຍຸ 75 ປີ ເຄີຍ​ມາ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ຢູ່​ຈີນ​ໃນ​ຊຸມ​ປີ 1960, ຫຼັງ​ຈາກ​ນັ້ນ ເຄີຍ​ໄດ້​ຢ້ຽມ​ຢາມ​ຈີນ​ໃນ​ນາມ​ເປັນ​ປະ​ທານ​ສະ​ພາ​ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ