ສະ​ໜາມ​ບິນ​ທຽນ​ສິນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ໄປ​ທ່ຽວ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​
2018-04-04 15:01:57  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 3 ເມ​ສາ​ນີ້, ສະ​ໜາມ​ບິນ​ທຽນ​ສິນ ສ​ປ ຈີນ​ເປີດ​ເຜີຍ​ວ່າ: ເນື່ອງ​ໃນ​ໂອ​ກາດ​ໄລ​ຍະ​ພັກ​ຍາມ​ບຸນ​ຊິງ​ມິງ​ໃກ້​ຈະ​ມາ​ເຖິງ, ສະ​ໜາມ​ບິນ​ທຽນ​ສິນ​ໄດ້​ຮອງ​ຮັບ​ຜູ້​ໂດຍ​ສານ​ເປັນ​ຈຳ​ນວນຫຼວງຫຼາຍ, ໂດຍ​ສະ​ເພາະ​ຜູ້​ທີ່​ຈະອອກ​ເດີນ​ທາງ​ໄປ​ທ່ຽວ​ຕ່າງ​ປະ​ເທດ, ​ຜູ້​ໂດຍ​ສານຖ້ຽວ​ບິນ​ໄປ​ຫາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.

ເດືອນ​ກຸມ​ພາ​ຜ່ານ​ມາ, ໄທ,ສິງ​ກະ​ໂປ,ຫວຽດ​ນາມ​ແລະ​ຍີ່​ປຸ່ນ​ເປັນ​ 4 ປະ​ເທດຍອດ​ນິ​ຍົມ​ສຳ​ລັບ​ຜູ້​ໂດຍ​ສານ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ທຽນ​ສິນ, ​ຈຳ​ນວນຜູ້​ໂດຍ​ສານ​ໄປ​ໄທ​ເພີ່ມ​ຂຶ້ນ 33,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ຜ່ານ​ມາ, ສິງ​ກະ​ໂປ ເພີ່ມ​ຂຶ້ນ23,7%, ຫວຽດ​ນາມ 13,3% ແລະ​ຍີ່​ປຸ່ນ 12,2%, ໃນ​ນີ້, ຍອດ​ຜູ້​ໂດຍ​ສານ​ໄປ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມີ​ຈຳ​ນວນຫຼາຍ​ເປັນ​ອັນ​ດັບ​ທີ 1 ຫາ​ທີ 3.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ