"ໄດ​ໂນ​ເສົາ"​ໃນ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ເຂົ້າ​ຊ່ານ​​ຢ້າ
2018-04-04 16:05:39  cri 

ໃນ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ເຂົ້​າ​ຊ່ານ​ຢ້າ​ແຂວງ​ໄຫຫຼຳ ສ​ປ ຈີນ ມີ​ຮຸ່ນ​ຈຳ​ລອງ​ໄດ​ໂນ​ເສົາ 277 ຊະ​ນິດ​ຈຳ​ນວນ 323 ໂຕ​​ທີ່​ສ້າງ​ຂຶ້ນຕາມແບບໄດ​ໂນ​ເສົາ​ ​ຂະ​ໜາດຈິງ​ຄື​ໃນມາດ​ຕາ​ສ່ວນ 1:1 ເຊິ່ງ​ເໝືອນ​ດັ່ງໄດ​ໂນ​ເສົາ​​ເມື່ອ​ຮ້ອຍ​ລ້ານ​ປີ​ກ່ອນ​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້, ສວນ​ສາ​ທາ​ລະ​ນະ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ສູນ​ວາງ​ສະ​ແດງ​ໄດ​ໂນ​ເສົາ​ກາງ​ແຈ້ງ​ແລະ​ສູນສຶກ​ສາ​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ເມື່ອ​ນັກ​ທ່ອງ​ທ່ຽວ​ຍ່າງ​ເລາະ​ໃນ​ສວນ​ດັ່ງ​ກ່າວ​ກໍ​ເໝືອນ​ກັບ​ວ່າ​ຕົນ​ເອງ​ຢູ່​ໃນ​ຍຸກຈູ​ຣາ​ຊິກ( Jurassic) ​ໄດ້​​ທັງຄວາມ​ມ່ວນ​ຊື່ນ​ແລະ​ໄດ້​ຄວາມ​ຮູ້​ໄປ​ພ້ອມ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ