ລັດ​ຖະ​ບານ​ທ​ຣຳ​ເກັບ​ພາ​ສີ​ສູງ​ແບບ​ປັບ​ໄໝ ໃນ​ທີ່​ສຸດ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ອາ​ເມ​ລິ​ກາ
2018-04-04 16:17:56  cri 

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 4 ເມ​ສາ​ນີ້ ຕາມ​ເວ​ລາ​ປັກ​ກິ່ງ, ຫ້ອງວ່າ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າສະ​ບັບ​ໜຶ່ງ​ຢູ່​ເທິງ​ເວັບ​ໄຊ​ຕົນ​ ເຊິ່ງ​ລະ​ບຸ​ວ່າ: ໃນ​ຕໍ່​ໜ້າ, ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກຈີນ​ປະ​ມານ 1300 ລາຍ​ການ​ອາດ​ຈະ​ຕ້ອງ​ເສຍ​ພາ​ສີ​ເຖິງ 25%, ຍອດ​ມູນ​ຄ່າ​ອາດ​ຈະ​ເພີ່ມ​ຂຶ້ນ​ເຖິງ 50 ຕື້​ໂດ​ລາ​ສະ​ຫະ​ລັດ.

ຕາມ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ: ບັນ​ຊີ​ສະ​ບັບ​ນີ້​ແມ່ນ​ສ້າງ​ຂຶ້ນ​ດ້ວຍ​ການ​​ຄຳ​ນວນ​ຈາກລະ​ບົບ​ຄອມ​ພິວ​ເຕີ ເຊິ່ງ​ສາ​ມາດ​ເພີ່ມ​ຄວາມ​ລຳ​ບາກໃຈ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຈີນ​ຢ່າງຫຼວງຫຼາຍ ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຜະ​ລິດ​ຂອງ​ອາ​ເມ​ລິ​ກາ​ໃຫ້​ດີກວ່າ​ເກົ່າ. ແຕ່​ວ່າ ເມື່ອ​ເບິ່ງ​ຈາກ​ລາຍ​ລະ​ອຽດ​ຂອງ​ບັນ​ຊີ​ສະ​ບັບ​ນີ້​ແລ້ວ, ນອກ​ຈາກ​ເຮັດ​ໃຫ້​ຄົນ​ຮູ້​ສຶກວ່າ​ອາ​ເມ​ລິ​ກາ​ກຳ​ລັງ​ເຮັດ​ສິ່ງ​ທີ່​ເສຍ​ແຮງ​ລ້າໆ​ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ຕົນ​ກໍ​ຄື​ຜູ້​ອື່ນ, ຍັງ​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ງົງ​ອີກ​ດ້ວຍ.

ສິນ​ຄ້າຫຼາຍ​ປະ​ເພດ​ທີ່ຈັດ​ຢູ່​ໃນ​ອັນ​ດັບ​ຕົ້ນໃນ​ບັນ​ຊີ​ດັ່ງ​ກ່າວ ເຊັ່ນໂລ​ຫະໂທ​ຣຽ​ມ​ປະ​ສົມ, ​ໂລ​ຫະ​ປະ​ສົມ​ດີ​ເພັ​ລດ​ທິດ ຢູ​ເຮ​ນຽມ, ເຄື່ອງ​ປັ້ນ​ດິນ​ເຜົາ​ທົນ​ຄວາມ​ຮ້ອນ​ສູງ, ສານ​ກຳ​ພັນ​ຕະ​ພາບ​ລັງ​ສີ​ທີ່ນອກ​ຈາກDeuterium oxide ແລະ​ອື່ນໆ ທັງ​ນີ້​ເປັນ​ສິນ​ຄ້າ​ທີ່​ຈີນ​ບໍ່​ຄວນ​ຂາຍ​ໃຫ້​ອາ​ເມ​ລິ​ກາ. ເຖິງ​ຈະ​ບໍ່​ເວົ້າ​ຜົນ​​ປະ​ໂຫຍດ​ ​ຂອງ​ສິນ​ຄ້າ​ເຫຼົ່າ​ນີ້​ກໍ​ຕາມ, ພຽງ​ພິ​ຈາ​ລະ​ນາ​ເຖິງ​ບັນ​ຫາ​ມົນ​ລະ​ພິດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕອນ​ການ​ຜະ​ລິດ​ເທົ່າ​ນັ້ນ, ມັນ​ກໍ​ເປັນ​ສິນ​ຄ້າ​ທີ່​ຄວນ​ຈຳ​ກັດ​ການ​ສົ່ງ​ອອກ​ຢ່າງ​ເຂັ້ມ​ງວດ​ຢູ່​ແລ້ວ, ໄປ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ, ໃນ​ຕໍ່​ໜ້າ, ພາຍ​ໃນ​ປະ​ເທດ​ຈີນ​ກໍ​ຕ້ອງ​ການ​ສິນ​ຄ້າ​ເຫຼົ່າ​ນີ້​ເພີ່ມ​ຂຶ້ນ​​ຕື່ມ​ອີກເຊັ່ນ​ກັນ. ​ຈາກ​ນີ້​ເຫັນ​ໄດ້​ວ່າ, ອາ​ເມ​ລິ​ກາ​ຂວ້ຳ​ບາດ​ຜະ​ລິ​ດ​ຕະ​ພັນ​ດັ່ງ​ກ່າວ​ຂອງ​ຈີນ, ນອກ​ຈາກ​ເຮັດ​ໃຫ້​ຄົນ​ງົງ​ແລ້ວ, ມັນ​ກໍ​ບໍ່​ເປັນ​ເລື່ອງ​ບໍ່​ດີ​ຕໍ່​ຈີນ​ອີກ​ດ້ວຍ.

ໃນ​ດ້ານ​ຜະລິດ​ຕະພັນ​ເຫຼັກກ້າ ​ແລະ​ອາລູມີ​ນຽມ, ຈີນ​ບໍ່​​ໄດ້​ເປັນ​ຜູ້​ສົ່ງ​ອອກ​ຕໍ່​ອາ​ເມ​ລິ​ກາ​ຢ່າງ​ຫຼວງຫຼາຍ. ຖ້າວ່າ​ລັດຖະບານ​ໂດ​ນັນ ທຣຳພິຈາລະນາ​ເຖິງ​ພື້ນຖານ​ການ​ເມືອງ​ຂອງ​ຕົນ​ ​ແລະ​ຫວັງ​ຢາກ​ປົກ​ປ້ອງ​ຂະ​ແໜງ​ການຫຼອມ​ໂລຫະ​ປະ​ເທດ​ຕົນ​ແລ້ວ, ພຽງ​ແຕ່ຈຳກັດ​ຕໍ່​ຈີນປະ​ເທດ​ດຽວ ຍັງ​ບໍ່​ພຽງພໍ ​​ເມື່ອ​ເບິ່ງ​ຈາກ​ສະຖານະ​ການ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ, ການ​ຈຳກັດ​ຕໍ່​ຈີນ​ພຽງ​ປະ​ເທດ​ດຽວ ຈະ​ບໍ່​​ໄດ້​ຮັບຜົນ​ທີ່​ຫວັງ​ຢາກ​ປົກ​ປ້ອງ​ຂະ​ແໜງ​ການຫຼ​ອມ​ໂລຫະ​ຂອງ​ອາ​ເມ​ລິ​ກາ​ແຕ່​ຢ່າງ​ໃດ.

ນອກ​ນີ້, ​ຜະລິດ​ຕະພັນ​ກົນ​ຈັກ ​ແລະ​ເຄື່ອງ​ຜະ​ລິດ​ໄຟຟ້າ ຊະນິດ​ຕ່າງໆ​ກໍ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍການ​ຂຶ້ນອັດຕາ​ພາສີ​ ​ແຕ່​ໃນ​ຜະລິດ​ຕະພັນ​ເຫຼົ່ານີ້ ສ່ວນຫຼາຍ​ແມ່ນ​ເຄື່ອງ​ໃຊ້​ປະຈຳ​ວັນ​ທີ່​ຊາວ​ອາ​ເມ​ລິ​ກາ​ຈະ​ຂາດ​ບໍ່​ໄດ້ ​ແຕ່​ບໍລິສັດ​ທີ່​ຜະລິດ​ຜະລິດ​ຕະພັນ​ດັ່ງກ່າວ​ພາຍໃນ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ບໍ່ຫຼາຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ລາຄາ​ສິນຄ້າ​ເຫຼົ່ານີ້​ແພງຫຼາຍ. ສະນັ້ນ, ຜົນ​ຈາກ​ການສຽດ​ສີ​ທາງ​ການ​ຄ້າ ຍ່ອມ​ຈະ​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກາ ​ໂດຍ​ສະ​ເພາະ​ຄົນ​ຊັ້ນກາງ​ແລະ​ລຸ່ມ​ໃນ​ສັງຄົມ​ຈະ​ຕ້ອງ​ເສຍ​ຄ່າ​ອຸປະ​ໂພ​ກ-ບໍລິ​ໂພ​ກຫຼາຍຍິ່ງ​ຂຶ້ນ.

​ໃນ​ສິນຄ້າ​ຕ່າງໆ​ທີ່​ຈະ​ຂຶ້ນອັດຕາ​ພາສີ​ນັ້ນ ມີ​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​​ ແລະ​ສານ​ຊີວະ​ພາບຢ່າງຫຼວງຫຼາຍ ​ແລະຜະລິດ​ຕະພັນ​ເຫຼົ່ານີ້​ມີ​ຜົນ​ກຳ​ໄລ​ສູງ​ແທ້ໆ ຖ້າວ່າ​ໄດ້​ຮັບ​ການ​ປົກ​ປ້ອງ​ການ​ຄ້າ​ໃນ​ຂົງ​ເຂດ​ນີ້, ບໍລິສັດ​ທີ່​ຜະລິດ​ຜະລິດ​ຕະພັນ​ດັ່ງກ່າວ​ແຫ່ງ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງມະຫາສານ ​ແຕ່​ຕະຫຼາດສິນຄ້າ​ປະ​ເພດ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຢູ່​ອາ​ເມ​ລິ​ກາ​ປະ​ເທດ​ດຽວ​ເທົ່າ​ນັ້ນ, ຕະຫຼາດອື່ນໆ​ໃນ​ໂລກ​ກໍ​ກວ້າງ​ໃຫຍ່​ເຊັ່ນ​ດຽວ​ກັນ.

​ໂດຍ​ແນ​ໃສ່​ຕໍ່​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ, ຈີນ​ໄດ້​ຕອບ​ໂຕ້​ແລ້ວ​ວ່າ ຈະ​ໃຊ້​ມາດ​ຕະການ​ທຽບ​ເທົ່າ​ຕໍ່​ຜະລິດຕະພັນ​ອາ​ເມ​ລິ​ກາ​ຕາມ​ກົດ​ໝາຍ. ​ວົງ​ການພາຍ​ນອກ​ຄາດຄະ​ເນ​ວ່າ: ມາດ​ຕະການ​ຕ່າງໆ​ທີ່​ຈີນ​ນຳ​ໃຊ້​ໃນ​ການ​ຕອບ​ໂຕ້​ອາ​ເມ​ລິ​ການັ້ນ ກໍ​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຜະ​ເຊີນ​ກັບ​ຄວາມ "​ເຈັບ​ປວດ" ​ຍາກທີ່​ຈະ​ທົນ​​ໄດ້​ເຊັ່ນ​ດຽວ​ກັນ ​ແລະ​ມາດ​ຕະການ​ເຫຼົ່ານີ້ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເສດຖະກິດ​ອາ​ເມ​ລິ​ກາ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ​ມາ​ແລ້ວນັ້ນ ​ເກີດ "ບັນຫາ​ໃຫຍ່" ອີກ​ປະການ​ໜຶ່ງ ​ແລະ​ຍັງ​ອາດ​ຈະ​ເຮັດ​ໃຫ້​ພື້ນຖານ​ການ​ເມືອງ​ຂອງ​ລັດຖະບານ​ໂດ​ນັນ ທຣຳຖືກ​ກະທົບຢ່າງ​ແຮງອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ