ສັນ​ນິ​ບາດ​ອາ​ຣັບ​ສະ​ໜັບ​ສະ​ໜູນ​ປາ​ແລັ​ສ​ຕິນ​ຮຽກ​ຮ້ອງ​ໃຫ້​ສານ​ອາ​ຍາ​ສາ​ກົນ​ສືບ​ສວນ​ໂທດ​ກຳ​ຂອງ​ອິ​ສ​ຣາ​ແອນ
2018-04-04 16:24:44  cri 
ວັນ​ທີ 3 ເມ​ສາ​ນີ້, ສັນ​ນິ​ບາດ​ອາ​ຣັບ​ໄດ້​ອອກ​ຖະ​ແຫຼງ​ການ​ຢູ່​ນະ​ຄອນຫຼວງ​ເລີ​ແກ​ປະ​ເທດເອ​ຢິບ​ວ່າ ສະ​ໜັບ​ສະ​ໜູນ​ປາ​ແລັ​ສ​ຕິນ​ທີ່​ຮຽກ​ຮ້ອງ​ໃຫ້​ສານ​ອາ​ຍາ​ສາ​ກົນ​ທີ່​ຕັ້​ງ​ຢູ່​ລາ​ໄຮ​ຂອງ​ປະ​ເທດ​ໂຮນ​ລັງ​ນັ້ນ​ສືບ​ສວນ​ສອບ​ສວນ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ແລະ​ອາ​ຍະ​ຊາ​ກຳ​ຕ້ານ​ມະ​ນຸດ​ຂອງ​ອິ​ສ​ຣາ​ແອນ​ທີ່​ກໍ່​ຂຶ້ນ​ຕໍ່​ຜູ້​ປະ​ທ້ວງ​ຂອງ​ປາ​ແລັ​ສ​ຕິນ.

ຖະ​ແຫຼງ​ການ​ໄດ້​ປະ​ນາມ​ໂທດ​ກຳ​ຂອງ​ອິ​ສ​ຣາ​ແອນ​ທີ່​ກໍ່​ຂຶ້ນ​ຕໍ່​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ໃນ​ໄລ​ຍະ​ "ວັນດິນ​ແດນ​​ປາ​ແລັ​ສ​ຕິນ​"ເມື່ອ​ວັນ​ທີ 30 ມີ​ນາ​ຜ່ານ​ມາ. ຕາມ​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ​ແລະ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ສາ​ກົນ, ໂທດ​ກຳ​ເຫຼົ່າ​ນີ້​ສາ​ມາດ​ຖື​ເປັນ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ແລະ​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ.

ຖະ​ແຫຼງ​ການ​ຍັງ​ເນັ້ນ​ຕື່ມ​ວ່າ: ຊາວ​ປາ​ແລັ​ສ​ຕິນ​ມີ​ສິດ​ນຳ​ໃຊ້​ວິ​ທີ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຕ່າງໆ​ເພື່ອ​ປະ​ທ້ວງ​ອິ​ສ​ຣາ​ແອນ​ທີ່​ຍຶດ​ຄອງ​ດິນ​ແດນ​ປາ​ແລັ​ສ​ຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ