ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຖະ​ແຫງ​ຕອບ​ໂຕ້​ອາ​ເມ​ລິ​ກາ​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ທີ່​ຕ້ອງ​ເກັບ​ພາ​ສີ​ສູງ
2018-04-04 17:46:01  cri 

ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 4 ເມ​ສາ​ນີ້​ວ່າ: ສົງ​ຄາມ​ການ​ຄ້າ​ບໍ່​ມີ​ຝ່າຍ​ຊະ​ນະ, ຜູ້​ກໍ່​ສົງ​ຄາມ​ການ​ຄ້າ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ທັງ​ຜູ້​ອື່ນ​ແລະ​ຕົນ​ເອງ​ໃນ​ທີ່​ສຸດ, ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ຈະສາ​ມາດ​ຢຸດ​ຕິ​ການ​ກະ​ທຳ​ຜິດ​ພາດ​ໃນ​ການ​ປະ​ຕິ​ບັດ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ ແລ້ວ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຄື​ປຶກ​ສາ​ຫາ​ລື​ກັນ​ແລະຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ວັນ​ທີ 3 ເມ​ສາ​ນີ້ ຕາມ​ເວ​ລາ​ອາ​ເມ​ລິ​ກາ, ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ຜະ​ລິ​ດ​ຕະ​ພັນ​ຈີນທີ່​ຕ້ອງ​ເກັບ​ພາ​ສີ​ສູງ​ຕາມ​ຜົນ​ການກວດ​ກາ​ຕາມ​ມາດ​ຕາ 301. ຕໍ່​ເລື່ອງ​ນີ້, ທ່ານ​ເກີງ​ສວງ​ກ່າວ​ວ່າ:
"ສົງ​ຄາມ​ການ​ຄ້າ​ບໍ່​ມີ​ຝ່າຍ​ຊະ​ນະ, ຜູ້​ກໍ່​ສົງ​ຄາມ​ການ​ຄ້າ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ທັງ​ຜູ້​ອື່ນ​ແລະ​ຕົນ​ເອງ​ໃນ​ທີ່​ສຸດ,ມາດ​ຕະ​ການ​ຂອງ​ອາ​ເມ​ລິ​ກາ ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ​ເອງ​ກ່ອນ. ຈີນ​ໄດ້​ສັງ​ເກດ​ເຫັນ​ວ່າ ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ຜູ້​ບໍ​ລິ​ໂພກ,ສື່ມວນ​ຊົນ,ຄັງ​ປັນ​ຍາ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ກໍ​ຄື​ຜົນ​ຮ້າຍ​ໜັກ​ໜ່ວງ​ທີ່​ເກີດ​ຂຶ້ນ​. ຫຼາຍ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ແລະ​ການ​ຄັດ​ຄ້ານ​ຕໍ່​ການ​ກະ​ທຳ​ແບບ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ. ຈີນ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ຮັບ​ຟັງ​ສຽງ​ທີ່​ມີ​ສະ​ຕິ​ແລະ​ຕິດ​ແທດ​ຕົວ​ຈິງ, ຢຸດ​ຕິ​ການ​ກະ​ທຳ​ຜິດ​ພາດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລ້ວ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຄື​ປຶກ​ສາ​ຫາ​ລື​ກັນ​ແລະ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ."

ກ່ຽວ​ກັບ​ການ​ທີ່ມາດ​ຕະ​ການ​ຂອງ​ອາ​ເມ​ລິ​ກາ​ອາ​ດ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ຈີນ, ທ່ານ ເກິງ​ສວງ ກ່າວ​ຕອບ​ວ່າ: "ຂ້າ​ພະ​ເຈົ້າ​ສາ​ມາດບອກ​​ໃຫ້ທ່ານ​ຮູ້ວ່າ, ແນ່ນອນ​ມີ​ຜົນ​ກະ​ທົບ, ແຕ່​ພວກ​ເຮົາ​ສາ​ມາດ​​ທົນ​ທານໄດ້. ຫວນ​ຄືນ​ຂະ​ບວນ​ການ​ປະ​ຕິຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເປັນ​ເວ​ລາ 40 ປີ, ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ຫຍຸ້ງ​ຍາກ,ການ​ລົບ​ກວນ​ແລະ​ຄວາມ​ກົດ​ຂີ່​ຕ່າງໆ, ແຕ່​ກໍ່​ແມ່ນ​ຍ້ອນ​ໃນ​ຂະ​ບວນ​ການ​ແກ້​ໄຂ ​​ແລະ ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກ,​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ກຳ​ລັງ​ຕົວ​ຈິງ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວາມ​​ໝັ້ນໃຈ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ທີ່​ມີ​ເຈດ​ຕະ​ນາ​ຢາກ​ຜ່ານ​ການ​ສ້າງ​ຄວາມ​ກົດ​ດັນ​ແລະ​ຂົ່ມ​ຂູ່​ເຮັດ​ໃຫ້​ຈີນ​ຝືນ​ໃຈ​ຍອມ​ຮັບ​ນັ້ນ, ໃນ​ປີ​ຜ່ານ​ມາ​ບໍ່​​ເຄີຍໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຈັກ​ເທື່ອ,ໃນ​ປັດ​ຈຸ​ບັນ​ກໍ່​ຈະ​ບໍ່​ສາ​ມາດ​​​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ເຊັ່ນ​ດຽວ​ກັນ."

ທ່ານ ເກິງ​ສວງ ຍັງ​ຊີ້​ວ່າ: ອາ​ເມ​ລິ​ກາ​ມີ​ກຳ​ລັງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່​ນຳ​ໜ້າ​ຢູ່​ໃນ​ໂລກ, ​ຍິ່ງຄວນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ ແລະແຂ່ງ​ຂັນ​ ​ກັບ​ບັນ​ດາ​ຝ່າຍ​ຢ່າງ​ສະ​ຫງ່າ​ອົງ​ອາດ, ແຕ່​ບໍ່​ມີ​ຄວາມ​ຈຳ​ເປັນ​ໃຊ້​​ມາດ​ຕະ​ການລັດ​ທິ​ຝ່າຍ​ດຽວ ແລະ ລັດທິ​ປົກ​ປ້ອງ​ການ​ຄ້າ, ກົດ​ຂີ່​ແລະ​ລົບ​ກວນ​​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ອື່ນ.

"ຢູ່​ຈີນ​ມີ​ຄຳ​ສຸ​ພາ​ສິດ​ເວົ້າ​ວ່າ, ຄວາມ​ກົດ​ດັນ​ສ້າງ​ພະ​ລັງ​ແຮງ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ປັນ​ຍາ​ແລະ​ຄວາມ​ຫ້າວ​ຫັນ​ຂອງ​ປະ​ຊາ​ຊົນ​ຈີນ​ຈະ​ໄດ້​ຮັບ​ການ​ກະ​ຕຸກ​ຊຸກ​ຍູ້​ຕື່ມ​ອີກ, "ຜະ​ລິດໂດຍຈີນ​ 2025" ຍ່ອມ​ຈະ​​ໄດ້​ຮັບ​ການພັດ​ທະ​ນາ​​ອ່າວ​ໄວ​ເປັນ​ຢ່າງ​ດີກວ່າ​ເກົ່າ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ