ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ
2018-04-04 17:54:00  cri 
ຕອນ​ບ່າຍ​ວັນ​ທີ 4 ເມ​ສາ​ນີ້ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ຢືນ​ຢັນ​ວ່າ ຕໍ່​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃນ​ປັດ​ຈຸ​ບັນ, ຈີນ​ມີ​ຈຸດ​ຢືນ​ມາ​ໂດຍ​ຕະຫຼອດ​ຄື ປະ​ຕູ​ແຫ່ງ​ການ​ເຈ​ລະ​ຈາ​ແລະ​ຫາ​ລື​ແກ້​ໄຂ​ບັນ​ຫາ​ເປີດ​ຕະຫຼອດ, ຫາກ​ອາ​ເມ​ລິ​ກາ​ຍິນ​ດີ​ເຈ​ລະ​ຈາ, ຈີນ​ກໍ​ຍິນ​ດີ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ບົນ​ພື້ນ​ຖານ​ປຶ​ກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ວາງ​ໂຊ້​ເວີນ​ກ່າວ​ວ່າ: ຈີນ​ເປີດ​ເຜີຍ​ບັນ​ຊີ​ລາ​ຍ​ຊື່​ເພີ່ມ​ພາ​ສີ​ຕໍ່ສິນ​ຄ້າ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ໃນ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​​ນັ້ນ​ແມ່ນ​ມາດ​ຕະ​ການ​ທີ່ຖືກ​ບັງ​ຄັບ​ໃຊ້ ແລະ​ມີ​ຄວາມ​ອົດ​ກັ້ນ​ໄວ້. ຈີນ​​ບໍ່​ຢາກ​ເຂົ້າ​ຮ່ວມ​ສົງ​ຄາມ​ການ​ຄ້າ, ເພາະ​ໃນ​ສົງ​ຄາມ​ການ​ຄ້າ​ບໍ່​ມີ​ຝ່າຍ​ຊະ​ນະ. ແຕ່​ຈີນ​ກໍ​ບໍ່​ຢ້ານ​ຕໍ່​ສົງ​ຄາມ​ການ​ຄ້າ, ຖ້າ​ຫາກ​ຜູ້​ໃດ​ຢາກ​ກໍ່​ສົງ​ຄາມ​ການ​ຄ້າ, ຈີນ​ຈະ​ຕອບ​ໂຕ້​ຈົນ​ເຖິງ​ທີ່​ສຸດ.

ທ່ານ​ວາງ​ໂຊ້​ເວີນ​ກ່າວ​ຕື່ມ​ວ່າ: ວັນ​ທີ 3 ເມ​ສາ​ນີ້, ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ເກັບ​ພາ​ສີ​ສູງ​ຕໍ່​ສິນ​ຄ້າ​ຈາກ​ຈີນ​ໃນ​ມູນ​ຄ່າ​ປະ​ມານ 50 ຕື້​ໂດ​ລາ​ສະ​ຫະ​ລັດພາຍ​ໃຕ້​ໂຄງ​ການກວດ​ກາ​ຕາມ​ມາດ​ຕາ 301, ຈີນ​ເຫັນ​ວ່າ, ມາດ​ຕະ​ການ​ນີ້​ໄດ້​ລະ​ເມີດ​ພັນ​ທະ​ສາ​ກົນ​ຂອງ​ອາ​ເມ​ລິ​ກາ​​ໃນຂັ້ນ​ພື້ນ​ຖານ ເຊິ່ງ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ, ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ ທັງ​ໄດ້​ກະ​ທົບ​ເຖິງ​ການ​ຟື້ນ​ຕົວ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ​ນຳ​ອີກ. ຈາກ​ນີ້, ຕາມ​ຈິດ​ໃຈ​ກົດ​ໝາຍ​ລະ​ຫວ່າງ​ຊາດ ແລະ​ອີງ​ຕາມ​ມາດ​ຕາ​ທີ 7 ຂອງ​ກົດ​ໝາຍ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ, ບໍ່​ວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃດ​ກໍ​ຕາມ​ ຫາກ​ໃຊ້​ມາດ​ຕະ​ການ​ ​​ຈຳ​ແນກ​ແບບ​ເກືອດ​ຫ້າມ,ຈຳ​ກັດຫຼື​ມາດ​ຕະ​ການ​ຄ້າຍ​ຄື​ກັນ​ຕໍ່​ຈີນ​ໃນ​ດ້ານ​ການ​ຄ້າ, ຈີນ​ຕ້ອງ​ຕອບ​ໂຕ້​ດ້ວຍ​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ