ທາງ​ລົດ​ໄຟ​ພາກ​ໃຕ້​ມາ​ເລ​ເຊຍ​ເລີ່​ມລົງມື​ກໍ່ສ້າງ
2018-04-04 15:11:01  cri 

ທາງ​ລົດ​ໄຟ​ພາກ​ໃຕ້​ມາ​ເລ​ເຊຍ ທີ່​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ມື​ກັນ​ກໍ່ສ້າງ​ນັ້ນ ​ໄດ້​ຈັດ​ພິທີ​ລົງມື​ກໍ່ສ້າງ​ຢູ່​ເມືອງ​ເຊ​ກາ​ມັດ ລັດ​ໂຈ​ຮໍ ​ໃນ​ວັນ​ທີ 3 ​ເມສາ​ນີ້.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ ຊີ້​ວ່າ: ​ໂຄງການ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ຢ່າງ​ຍິ່ງ ​ໂດຍ​ຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຢູ່​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ​ຢ່າງ​ແຂງ​ແຮງ ​ແລະ ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​​ໄດ້ຫຼາຍກວ່າ​ເກົ່າ, ຂະນະ​ທີ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ມາ​ເລ​ເຊຍ-ຈີນ ກໍ​ຈະ​ເພີ່ມ​ທະວີ​ຂຶ້ນຕື່ມ.

ກ່ອນ​ໜ້າ​ນີ້, ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ​ໄດ້​ປະກາດ​ວ່າ: ​ໂຄງການ​ດັ່ງກ່າວ​​ແມ່ນ​ປັບປຸງ​ຍົກ​ລະດັບ​ທາງ​ລົດ​ໄຟ​ເກົ່າ​ກວ້າງ​ໜຶ່ງ​ແມັດ​ ຈາກ​ລັດ​ເຈ​ມັສ-​ໂຈ​ຮໍ ບາ​ຮ໌ຣູ ໃຫ້​ເປັນ​ທາງ​ລົດ​ໄຟ​ໄຟຟ້າ, ຍາວ​ທັງ​ໝົດ191,14 ກິ​ໂລ​ແມັດ ​ໂດຍ​ນຳ​ໃຊ້​ງົບປະມານເຖິງ 8 ຕື້ 900 ລ້ານ​ລິງ​ກິດ ຫຼື ປະມານ 14 ຕື້ 470 ລ້ານ​ຢວນ.

​ໂຄງການ​ດັ່ງກ່າວ​ຮ່ວມ​ກັນ​ກໍ່ສ້າງ​ໂດຍບໍລິສັດ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ​ຫຸ້ນ​ສ່ວນ​ຈຳກັດ ຫຼື CRCCF, ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ຫຼື CREC ​ແລະ ບໍລິສັດ​ກໍ່ສ້າງ​ການ​ຄົມມະນາຄົມ​ຈີນ​ຈັດ​ກັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ