ທ່ານ​ສີ​ຈິ້ນ​ຜິ​ງ ​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018 ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ
2018-04-04 15:14:01  cri 

ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນ​ວັນ​ທີ 3 ​ເມສາ​ນີ້​ວ່າ: ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ສ້າງຕັ້ງຂຶ້ນຕະຫຼອດ 17 ປີຜ່ານມາ, ​ໄດ້​ກາຍ​ເປັນ​ຂົວ​ສຳຄັນ​ທີ່​ຕິດຕໍ່ຈີນ​ແລະ​ໂລກ ​ແລະ​ກາຍ​ເປັນ​​ເວທີ​ແລກປ່ຽນ​ສາກົນ​ທີ່​ມີສີສັນ​ພິ​ເສດ​ອາຊີ ​ແລະ​ມີ​ບົດບາດ​ຕໍ່​ທົ່ວ​ໂລກ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ​ປະທານ​ປະ​ເທດ​ຈີນ​ຈ​ະເຂົ້າຮ່ວມ​ພິທີ​ເປີດກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018 ​ແລະ​ຈະ​ເຂົ້າຮ່ວມ​ກິດຈະກຳ​ຕ່າງໆ​ອີກ ​ເຊິ່ງຈະ​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການ​ຊຸກຍູ້​ການ​ຕ່າງປະ​ເທດ​ທີ່​ມີ​ສີສັນ​ພິ​ເສດ​ປະ​ເທດ​ໃຫຍ່​ຂອງ​ຈີນ​ໃນ​ຍຸກ​ໃໝ່​ໃຫ້​ເຂົ້າສູ່​ລວງ​ເລິກ, ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ມວນ​ມະນຸດ​​ແລະອາຊີ ​ແລະ​ຊຸກຍູ້​ພາລະກິດ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ. ນີ້​ກໍ​ແມ່ນ​ກິດຈະກຳ​ການ​ຕ່າງປະ​ເທດ​ທີ່​ຈີນ​ເປັນ​ເຈົ້າພາບ​ຄັ້ງທຳ​ອິດ​ໃນ​ປີ​ນີ້ ​ເຊິ່ງຈະ​ໄດ້​ເພີ່ມ​ຕື່ມ​ຈຸດ​ຮຸ່ງ​ໃສ​ຕ່າງໆ​ໃຫ້​ແກ່​ກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ນີ້ ຄື ໜຶ່ງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ອະນາຄົດ​ໃໝ່​ແຫ່ງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ; ສອງ, ຕີ​ຄວາມ​ໝາຍ​ການ​ພັດທະນາ​ຂອງ​ຈີນ​ໃນຍຸກ​ໃໝ່; ສາມ, ສະ​ເໜີ​ເຈດ​ຈຳນົງ​ໃໝ່​​ແຫ່ງ​ການ​ຮ່ວມ​ກັນ​ສ້າງ​ອະນາຄົດ; ສີ່, ສ້າງໝາກຜົນ​ໃໝ່​ແຫ່ງ​ການ​ ພົວພັນ​ຄູ່​ຮ່ວມ ​ແລະ ​ຫ້າ, ​ເສີມ​ສ້າງ​ພະລັງ​ຊຸກ​ດັນ​ໃໝ່​ແຫ່ງ​ການ​ພັດທະນາ​ເວທີ​ປຶກສາ​ຫາລື​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ