ແຂວງ​ຈ່ຽງຊີ່​ປ່ອຍກວາງ​ອູດ​ຢູ່​ເຂດ​ດິນ​ທາມ​ໜອງ​ໂຜຢາງ​ເປັນຄັ້ງທຳ​ອິດ
2018-04-04 15:21:09  cri 

ວັນ​ທີ 3 ​ເມສາ​ນີ້, ນະຄອນ​ໜານ​ຊ່າງ ​ແຂວງຈ່ຽງຊີ່ ​​ໄດ້​ປ່ອຍ​ກວາງ​ອູດ 47 ​ໂຕ​ຢູ່​ບໍລິ​ເວນ​ດິນ​ທາມ​ໜອງ​ໂປ​ຢາງ​ແຂ​ວງດັ່ງກ່າວ ​ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່​ປ່ອຍ​ກວາງ​ອູດ​ສູ່​ບໍລິ​ເວນ​ໜອງ​ໂຜຢາງ ​ເຊິ່ງ​ແມ່ນ​ໜອງ​ນ້ຳ​ຈືດ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ແລະ​ໝາຍ​ຄວາມ​ວ່າ​ກວາງ​ອູດ​ທີ່​ສູນພັນ​ມາ​ແຕ່​ດົນ​ແລ້ວ​ຢູ່​ບໍລິ​ເວນ​ດັ່ງກ່າວ​ຈະ​ປາກົດ​ຕົວ​ອີກ. ທ່ານ​ຈ່າງ​ຊີ່​ອູ໊ ຮອງ​ປະທານ​ສະມາຄົມ​ອະນຸລັກ​ສັດປ່າ​ຈີນ ກ່າວ​ວ່າ: ການ​ປ່ອຍ​ກວາງ​ອູດ​ສູ່​ເຂດ​ດິນ​ທາມ​ໜອງ​ໂຜຢາງ ມີ​ຜົນ​ດີ​ຕໍ່​ການ​ເສີມ​ສ້າງ​ຊີວະ​ນານາ​ພັນ, ຮັກສາ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເຂດ​ດິນ​ທາມ ​ແລະ​ເສີ​ມຂະຫຍາຍ​ບົດບາດ​ລະບົບ​ນິ​ເວດ​ດິນ​ທາມ​ບໍລິ​ເວນ​ໜອງ​ໂຜຢາງ ​ແລະ​ຍ່ານ​ກາງ-ຍ່ານ​ໃຕ້​ຂອງແມ່​ນ້ຳ​ຢາງ​ຊີ​ກຽງ​ຢ່າງ​ເຕັມ​ສ່ວນ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ