ອາ​ເມ​ລິ​ກາ​ເປີດ​ເຜີຍບັນ​ຊີ​ລາຍ​ຊື່ສິນ​ຄ້າ​ຈີນ​ທີ່​ຈະ​ຖືກ​ເກັບ​ພາ​ສີເພີ່ມ​ຂຶ້ນ
2018-04-04 10:47:09  cri 
ວັນ​ທີ 3 ເມ​ສາ​ນີ້, ຫ້ອງ​ການ​ຜູ້​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍບັນ​ຊີ​ລາຍ​ຊື່ສິນ​ຄ້າ​ຈີນ​ທີ່​ຈະ​ຖືກ​ເກັບ​ພາ​​ສີ​ເພີ່ມ​ຂຶ້ນ​ຕາມ​ຜົນ​ການກວດ​ກາ 301 ເຊິ່ງ​ກ່ຽວ​ພັນ​ເຖິງ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ໃນທຸກ​ປີ​ທີ່​ມີ​ມູນ​ຄ່າ​​ປະ​ມານ 50 ຕື້​ໂດ​ລາ​ສະ​ຫະ​ລັດ.

ໃນ​ມື້​ດັ່ງ​ກ່າວ, ຫ້ອງ​ການ​ຜູ້​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໂດຍ​ໄດ້​ສະ​ເໜີ​ໃຫ້ເພີ່ມ​ເກັບ​ພາ​ສີ 25% ຕໍ່​ສິນ​ຄ້າ​ຈາກ​ຈີນ 1.300 ຊະ​ນິດ ຕົ້ນ​ຕໍ​ກ່ຽວ​ພັນ​ເຖິງ​ເຕັກ​ນິກຂໍ້​ມູນ​ຂ່າວ​ສານ​ແລະ​​ໂທ​ລະ​ຄົມ,ການ​ບິ​ນ​ອະ​ວະ​ກາດແລະ​ການ​ບິນ, ຫຸ່ນ​ຍົນ, ຢາ​ປົວ​ພະ​ຍາດ, ກົນ​ຈັກ​ແລະ​ຜະ​ລິດ​ຕະ​ພັນ​ຂອງ​ຂະ​ແໜງ​ການ​ອື່ນໆ.

ຖະ​ແຫຼງ​ການລະ​ບຸວ່າ: ປະ​ຊາ​ຊົນ​ສາ​ມາ​ດ​ຍື່ນ​ໃບ​ສະ​ແດງຄວາມ​ເຫັນ​ທາງ​ລາຍ​ລັກ​ອັກ​ສອນໄ​ປ​ຫາ​ຫ້ອງ​ການ​ຜູ້​ແທນ​ການ​ຄ້າ​ກ່ຽວ​ກັບ​ເນື້ອ​ໃນ​ແລະ​ອັດ​ຕາ​ພາ​ສີ​ອາ​ກອນ​ຂອງ​​ບັນ​ຊີ​ລາຍ​ຊື່ກ່ອນ​ວັນ​ທີ 11 ພຶດ​ສະ​ພາ​ໜ້າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ