ອາ​ເມ​ລິ​ກາ​ຈະ​ຕົກ​ລົງ​ໃນ​ມໍ່ໆ​ນີ້​ກ່ຽວ​ກັບ​ການ​ຈະ​ຖອນ​ທະ​ຫານ​ອອກ​ຈາ​ກ​ຊີ​ຣີ​ຫຼື​ບໍ່
2018-04-04 16:13:50  cri 
ວັນ​ທີ 3 ເມ​ສາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ໃນ 10 ກວ່າ​ປີ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ຕາ​ເວັນ​ອອກກ​າງ​ໄດ້​ໃຊ້​ທຶນ​ຢ່າງ​ຫຼວງ​ຫຼາຍ​ແຕ່​ບໍ່​ໄດ້​ຮັບ​ໝາກ​ຜົນ​ຫຍັງ, ສ​ະ​ນັ້ນ​ຈຶ່ງຈະ​ທຳ​ການຕົກ​ລົງ​ໃນໄວໆ​ນີ້​​ກ່ຽວ​ກັບ​ການ​ຈະ​ຖອນ​ທະ​ຫານ​ອອກ​ຈາກ​ຊີ​ຣີ​ຫຼື​ບໍ່.

ທ່ານ ໂດ​ນັນ ທ​ຣຳ ເຫັນ​ວ່າ: ເວົ້າ​ສຳ​ລັບ​ອາ​ເມ​ລິ​ກາ​ແລ້ວ, ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ຊີ​ຣີ​ໄດ້​ໃຊ້​ທຶນ​ຢ່າງ​ຫຼວງ​ຫຼາຍ, ແຕ່​ພັດ​ ​ເຮັດ​ໃຫ້​ປະ​ເທດ​ອື່ນ​ໄດ້​ປຽບ​ຫຼາຍ. ອາ​ເມ​ລິ​ກາ​ຈຶ່ງ​ຈະ​ທຳ​ການ​ຕົກ​ລົງ​ໂດຍ​ໄວ​ກ່ຽວ​ກັບ​ການ​ຈະ​ຖອນ​ທະ​ຫານ​ອອກ​ຈາກ​ຊີ​ຣີ​ຫຼື​ບໍ່​ຫຼັງ​ຈາກ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ພັນ​ທະ​ມິດ​ອື່ນໆ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ