ຈີນ​ອອກ​ຖະ​ແຫຼງ​ການ​ຕໍ່​ບັນ​ຊີ​ມາດ​ຕະ​ການ​ທີ່​ອາ​ເມ​ລິ​ກາ​ກຽມ​ຈະ​ປະ​ຕິ​ບັດ​ຕາມ "ມາດ​ຕາ​ 301"
2018-04-04 09:50:01  cri 
ຕອນຮຸ່ງ​ເຊົ້າ​ວັນ​ທີ 4 ເມ​ສາ​ນີ້, ທ່ານ​ຈ່າງ​ຊ້ຽງ​ເ​ຊິນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອົງ​ການ​ການ​ຄ້າ​ໂລກ​ໄດ້​ອອກ​ຖະ​ແຫຼງ​ການ​ຕໍ່​ບັນ​ຊີ​ມາດ​ຕະ​ການ​ທີ່​ອາ​ເມ​ລິ​ກາ​ກຽມ​ຈະ​ປະ​ຕິ​ບັດ​ຕາມ "ມາດ​ຕາ​ 301" ໂດຍ​ຊີ້​ອອກວ່າ, ອາ​ເມ​ລິ​ກາ​ເປີດ​ເຜີຍ​ມາດ​ຕະ​ການ​ຈຳ​ກັດ​ທີ່​ຈະ​ປະ​ຕິ​ບັດ ໂດຍ​ອີງ​ຕາມບົດ​ລາຍ​ງານ​ການ​ສຳຫຼວດ "ມາດ​ຕາ 301" ໄດ້​ຕັ້ງ​ໃຈ​ລະ​ເມີດ​ກະ​ຕິ​ກາ ແລະ ລະ​ບຽບ​ການ​​ພື້ນ​ຖານ​ທີ່​ສຸດ ແລະ ແກນ​ກາງ​ທີ່​ສຸດ​ຂອງ​ອົງ​ການ​ການ​ຄ້າ​ໂລກ ເຊັ່ນ: ປະ​ເທດ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ສຸດ, ການ​ຜູກ​ມັດ​ທາງ​ພາ​ສີ ແລະ ອື່ນໆ ເຊິ່ງ​ເປັນ​ການ​ກະ​ທຳ​ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​​ຢ່າງ​ດຽວ.

ຖະ​ແຫຼງ​ການ​​ລະ​ບຸວ່າ, ຈີນ​ຈະ​ຮ້ອງ​ຟ້ອງ​ຕໍ່​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງອ​າ​ເມ​ລິ​ກາ ໂດຍ​ອີງ​ຕາມ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງ​ອົງ​ການ​ການ​ຄ້າ​ໂລກ. ຂະ​ນະ​ດຽວ​ກັນ, ຈະ​ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ "ກົດ​ໝາຍ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ ສ​ປ ຈີນ", ກຽມ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ​ທີ່​ມີ​ຄວາມ​ແຮງ​ເທົ່າ​ກັນ ແລະ ຂະ​ໜາດ​ເທົ່າ​ກັນ ຕໍ່​ຜະ​ລິດ​ຕະ​ພັນ​ອາ​ເມ​ລິ​ກາ​ທີ່​ສົ່ງ​ເຂົ້າ​ຈີນ ແລະ ເດັດ​ດ່ຽວ​ປົກ​ປ້ອງ​ສິດ​ທິ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຕົນ.

ຖະ​ແຫຼງ​ການ​​ລະ​ບຸ​ຕື່ມ​ວ່າ, ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ບັ່ນ​ທອນ​ພື້ນ​ຖານ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຢ່າງ​ໜັກ​ໜ່ວງ ແລະ ເຮັດ​ໃຫ້​ຂອບ​ການ​ຄ້າຫຼາຍ​ຝ່າຍ​​ຜະ​ເຊີນ​ກັບ​ຄວາມ​ອັນ​ຕະ​ລາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ຈີນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຮ່ວມ​ກັບ​ຈີນ, ຕໍ່​ຕ້ານ​ການ​ກະ​ທຳ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ພຽງ​ຝ່າຍ​ດຽວຂອງ​ອາ​ເມ​ລິ​ກາ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ