ອົ​ຕ​ຣິ​ສ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ມາ​ຢ້ຽມ​ຢາມ​ຈີນ
2018-04-04 16:14:59  cri 
ຂ່າວ​ຈາກ​ເວັບ​ໄຊ​ສະ​ຖານ​ທູດ​​ໂອ​ຕ​ຣິ​ສ​ປະ​ຈຳ​ຈີນ​ເປີດ​ເຜີຍ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ອາ​ເລັກ​ຊັນ​ເດີ ວັນ ເດີ ເບ​ເລນ ປະ​ທາ​ນາ​ທິ​ບໍ​ດີ​ໂອ​ຕ​ຣິ​ສ​ຈະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ ແຕ່​ວັນ​ທີ 7 ຫາ 13 ເມ​ສາ​ນີ້ ແລະ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ອາ​ຊີ​ໂປ​ອາວ​ປີ 2018. ທ່ານ​ເຊ​ບາ​ສ​ຕຽນ ເຄີ​ສ໌ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​​ໂອຕ​ຣິ​ສ​ກໍ​ມາ​ພ້ອມ​ຄະ​ນະ ແລະ ຫວັງ​ວ່າ​ຈະຮ່ວມ​ມື​ກັບ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​ອະ​ນາ​ຄົດ. ລະ​ດັບ​ແລະ​ຂະ​ໜ​າດ​ຂອງ​ຄະ​ນະ​ຜູ້​ແທນ​ລ້ວນ​ແຕ່​ເປັນ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ເຊິ່ງ​ລວມ​ທັງລັດ​ຖະ​ມົນ​ຕີ 4 ທ່ານ ແລະ ບຸກ​ຄົນ​ວົງ​ການ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ລວມ​ທັງ​ໝົດ​ປະ​ມານ 250 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ