ຈີນ​ຕົກ​ລົງ​ເກັບ​ພາ​ສີ​ເພີ່ມ​ຕໍ່​ສິນ​ຄ້າ 106 ​ປະ​ເພດຂອງ​ອາ​ເມ​ລິ​ກາ
2018-04-04 16:44:02  cri 
ວັນ​ທີ 4 ເມ​ສາ​ນີ້, ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຄ້າ​ຈີນ​ອອກ​ແຈ້ງ​ການ​ວ່າ, ໂດຍ​ຜະ​ເຊີນ​ກັບ​ສະ​ພາບ​​ທີ່​ອາ​ເມ​ລິ​ກາ​ລະ​ເມີດ​ພັນ​ທະ​ສາ​ກົນ ແລະ ພາ​ໃຫ້​ເກີດ​ສະ​ພາບ​ສຸກ​ເສີນ​ຕໍ່​ຈີນ, ເພື່ອ​ປົກ​ປ້ອງ​ສິດ​ທິ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຈີນ, ລັດ​ຖະ​ບານ​ຈີນ​ຈະ​ອີງ​ຕາມ "ກົດ​ໝາຍ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ ສ​ປ​ ຈີນ" ແລະ​ກົດ​ໝາຍ​ກົດ​ບັນ​ຍັດ​ອື່ນໆ​ຂອງ​ຈີນ ແລະ ຫຼັກ​ການ​ພື້ນ​ຖານ​ຂອງກົດ​ໝາຍ​ສາ​ກົນ, ຈີນ​ຕົກ​ລົງ​ເກັບ​ພາ​ສີ​ເພີ່ມ​ຕໍ່​ຜະ​ລິດ​ຕ​ະ​ພັນ​ກະ​ສິ​ກຳ ເຊັ່ນ ຖົ່ວ​ເຫຼືອງ, ລົດ​, ຜະ​ລິດ​ຕະ​ພັນ​ເຄ​ມີ, ເຮືອ​ບິນ ແລະ ອື່ນໆ, ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ແມ່ນ 25% ເຊິ່ງ​ຈີນ​ໄດ້​ນຳ​ເຂົ້າ​ສິ​ນ​ຄ້າ​ເຫຼົ່າ​ນີ້​ຈາກ​ອາ​ເມ​ລິ​ກາ​ໃນ​ປີ 2017 ປະ​ມານ 50 ຕື້​ໂດ​ລາ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ຈີນ​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ວ່າ, ​ວັນ​ເວ​ລາປະ​ຕິ​ບັດ​ຈະ​ຂຶ້ນ​ກັບ​​ສະ​ພາບ​ການ​ປະ​ຕິ​ບັດມາດ​ຕະ​ການ​ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ແລະ ຈະ​​ມອບໃຫ້​ຄະ​ນະ​ກຳ​ມາ​ທິ​ການອັດ​ຕາ​ພາ​ສີ​ຄະ​ນະ​ລັດ​ຖະ​ບານ​ຈີນເປີດ​ເຜີຍ​ຕ່າງ​ຫາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ