ຈີນ​ສະ​ເໜີ​ໃຫ້​ເລີ່ມ​​ຕົ້ນຂັ້ນ​ຕອນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງ WTO ຢ່າງ​ເປັນ​ທາງ​ການ
2018-04-04 20:06:36  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 4 ເມ​ສາ​ນີ້​ວ່າ, ຈີນໄດ້​ສະ​ເໜີ​ໃຫ້​ເລີ່ມ​​ຕົ້ນຂັ້ນ​ຕອນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງອົງ​ການ​ການ​ຄ້າ​ໂລກ ຫຼື WTO ຢ່າງ​ເປັນ​ທາງ​ການສຳ​ລັບ​ກໍ​ລະ​ນີ​ການກວດ​ກາ 301 ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ດັ່ງ​ກ່າວ.

ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​​ຫົວ​ຊາ​ຕໍ່​​ກົດ​ລະ​ບຽບ​ຂອງ WTO, ​ຝືນ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່ໄດ້​ໃຫ້​ໄວ້​ກັບ WTO ແລະ ​ວາງ​ຂໍ້​ສະ​ເໜີ​ຂຶ້ນ​ອັດ​ຕາພາ​ສີ​ຕື່ມ ໂດຍ​ອ້າງການ​ກວ​ດ​ກາ 301 ຕໍ່​ຈີນ ແລະ ​ຂຶ້ນພາ​ສີ​ເພີ່ມ 25% ຕໍ່​ຜະ​ລິດ​ຕະ​ພັນ​ໃນ​ເລກ​ປະ​ຈຳ​ຕົວ​ຜູ້​ເສຍ​ພາ​ສີ 1300 ​ເລກ​ຕໍ່​ຈີນ ເຊິ່ງ​ຈະ​ພົວ​ພັນ​ເຖິງ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຈີນ​ປະ​ມານ 50 ຕື້​ໂດ​ລາ​ສະ​ຫະ​ລັດ. ການ​ກະ​ທຳ​​ແຕ່ຝ່າຍ​ດຽວ​ແບບ​ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ທຳ​ລາຍ​ສິດ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ​ເທົ່າ​ນັ້ນ, ຫາກ​ຍັງ​ລະ​ເມີດ​ກົດ​ລະ​ບຽບ WTO ຢ່າງ​ບັງ​ອາດ ເຊິ່ງ​ຍ່ອມ​ຈະ​ບັ່ນ​ທອນ​ອິດ​ທິ​ພົນ​ຂອບ​ການ​ຄ້າຫຼາຍ​ຝ່າຍ​ທີ່ຖື​ເອົາກະ​ຕິ​ກາ​ເປັນ​ພື້ນ​ຖານ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

ໂຄ​ສົກ​ຜູ້​ນີ້​ກ່າວ​ຕື່ມ​ວ່າ, ຈີນ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ທີ່​ຕັ້ງ​ໜ້າ, ຜູ້​ສະ​ໜັບ​ສະ​ໜູນ​ທີ່​ເດັດ​ດ່ຽວ ແລະ ຜູ້​ປະ​ກອບ​ສ່ວ​ນ​ທີ່​ສຳ​ຄັນ​ຕໍ່​ການ​ຄ້າຫຼາຍ​ຝ່າຍ. ຈີນ​ຫວັງ​ ແລະ ​ກໍເຊື່ອ​​ໝັ້ນວ່າ ​ອົງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງ WTO ຈະສາ​ມາດແກ້​ໄຂ​ຄະ​ດີ​ດັ່ງ​ກ່າວ​ຢ່າງ​ພາ​ວະ​ວິ​ໄສ ແລະ ຍຸດ​ຕິ​ທຳ ເພື່ອ​ປົກ​​ປັກ​ຮັກ​ສາ​ລະ​ບຽບ​ການ​ການ​ຄ້າ​ສາ​ກົນ​ທີ່​ຖື​ເອົາ​ກະ​ຕິ​ກາເປັນ​ພື້ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ