ຈີນ​ຈະ​ບໍ່​​ອ່ອນຍອມ​ຕໍ່​ຄວາມ​ກົດ​ດັນ​​ຈາກພາຍ​ນອກ​ຢ່າງ​ເດັດ​ຂາດ
2018-04-04 21:20:27  cri 
ວັນ​ທີ 4 ເມ​ສາ​ນີ້, ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​​ການ​ສິນ​ຄ້າ​​​ທີ່​ຈະຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ ແລະ ກຽມ​ຈະ​​ຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ​ອີກ 25% ຕໍ່​ສິນ​ຄ້າທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ 1333 ລາຍ​ການ​ທີ່​ນຳ​ເຂົ້າ​ຈາກ​ຈີນ. ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຕົນ, ຕອນ​ບ່າຍ​ມື້​ດຽວ​ກັນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຕົກ​ລົງ​ໃຊ້​ມາດ​ຕະ​ການ​ສົມ​ຄູ່​ກັນ​ໂດຍຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ​ຕໍ່​ສິນ​ຄ້າ​ 106 ລາຍ​ການ​​ໃນ 14 ປະ​ເພດ ເຊັ່ນ: ຖົ່ວ​ເຫຼືອງ, ລົດ, ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ເຄ​ມີ ເຮືອ​ບິນ ແລະ ອື່ນໆ​​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ ເຊິ່ງອັດ​ຕາ​ພາ​ສີ​ແມ່ນ 25%. ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ​ວ່າ, ຈີນ​​ໃຊ້​ມາດ​ຕະ​ການ​ເຫຼົ່າ​ນີ້ກໍ​ເນື່ອງ​ຈາກ​ຜົນ​ບັງ​ຄົບ​ຈາກ​ພາຍ​ນອກ ແລະ ການ​ກະ​ທຳ​ຂອງ​ຕົນ​ກໍ​ມີ​ຄວາມ​ອົດ​ກັ້ນ, ແຕ່​ຈີນ​ຈະ​ບໍ່​​ອ່ອນຍອມ​ຕໍ່​ຄວາມ​ກົດ​ດັນ​ໃດໆ​ຈາກ​ພາຍນອກ. ຖ້າ​ມີ​ໃຜ​ຢາກ​ເຮັດ "ສົງ​ຄາມ​ການ​ຄ້າ", ຈີນ​ກໍ​ຈະຕອບ​ໂຕ້​ຈົນ​ເຖິງ​ທີ່​ສຸດຢ່າງ​ເດັດ​ຂາດ.

ມື້​ດຽວ​ກັນ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ ເຊິ່ງ​ມີ​ນັກ​ຂ່າວ​ຈີນ​ ແລະ​ຕ່າງ​ປະ​ເທດຮ້ອຍກວ່າ​ຄົນ​ເຂົ້​າ​ຮ່ວມ. ທ່ານ​ຫວາງ​ໂຊ້ວເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ເກືອບ 50 ຕື້​ໂດ​ລາ​​ທີ່​ນຳ​ເຂົ້າຈາກ​ຈີນ ໄດ້​ຝືນ​ກັບ​ພັນ​ທະ​ສາ​ກົນ​ຂອງ​ອາ​ເມ​ລິ​ກາ ແລະ ບໍ່​ມີຫຼັກ​ອ້າງ​ອີງ​ຕົວ​ຈິງ, ຈິ່ງ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້ຫຼັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ອາ​ເມ​ລິ​ກາ, ແຕ່ມາດ​ຕະ​ການ​ຂອງ​ຈີນ​ແມ່ນ​ມີ​ຄວາມ​ອົດ​ກັ້ນ. ທ່ານ​ກ່າວ​ວ່າ, ບົນພື້ນ​ຖານ​ຈິດ​ໃຈ​ກົດ​ໝາຍ​ສາ​ກົນ ແລະ ​ອີງ​ຕາມ​​ເນື້ອ​ໃນ​ຂອງມາດ​ຕາ​ທີ 7 ໃນ "ກົດ​ໝາຍ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ" ຂອງ​ຈີນ, ຖ້າ​ປະ​ເທດ ຫຼື ເຂດ​ແຄວ້ນ​ໃດ​ໃຊ້​ມາດ​ຕະ​ການຈຳ​ແນກ​ໂດຍ​ເກືອ​ດ​ຫ້າມ, ຈຳ​ກັດ ຫຼື ມາດ​ຕະ​ການ​ຄ້າຍ​ຄື​ກັນ ​ ຕໍ່​ຈີນ​ໃນ​ດ້ານ​ການ​ຄ້າ, ພວກ​ເຮົາ​ຈະ​ໃຊ້​ມາດ​ຕະ​ການ​ຮັບ​ມື​ທີ່​ສົມ​ຄູ່​ກັນ. ສະ​ນັ້ນ, ຈີນໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ການ​ສິນ​ຄ້າ​ເກືອບ 50 ຕື້​ໂດ​ລາ. ຕ້ອງ​ເວົ້າ​ວ່າ, ຈີນ​ແມ່ນ​ຖືກ​ບັງ​ຄັບ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ ແລະ ແຕ່​ກໍມີ​ຄວາມ​ອົດ​ກັ້ນ​ໄວ້.

ມື້​ດຽວ​ກັນ, ທ່ານ​ຈູ່​ກ່ວງ​ຢ້າວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ກໍ​ກ່າວ​ວ່າ, ຈີນ​ຖືກ​ບັງ​ຄັບ​​ໃຊ້​ມາດ​ຕະ​ການ​​ຕອບ​ໂຕ້ ແລະ ເລືອກ​ຂຶ້ນ​ອັດ​ຕາ​ພາ​ສີ​ຖົ່ວ​ເຫຼືອງ​ທີ່​ນຳ​ເຂົ້າ​ຈາກອາ​ເມ​ລິ​ກາ​ກໍ​ເພື່ອ​ເຄົາ​ລົບ​ຄວາມ​ຮຽກ​ຮ້ອງ​ຂອງ​ຊາວ​ກະ​ສິ​ກອນ​ຈີນ. ທ່ານ​ເຫັນ​ວ່າ, ສອງ​ຝ່າຍ​ໄດ້​​ຍົກ​ບັນ​ຫາ​ຂຶ້ນມາ​ໄວ້​ໜ້າ​ໂຕະ​ແລ້ວ ແລະ ປັດ​ຈຸ​ບັນ​ກໍ​ຮອດວ​ລາ​ການ​ເຈ​ລະ​ຈາ ເພື່ອ​ສະ​ແຫວງ​ຫາ​ການຮ່ວມ​ມື​ກັນ.

ໂດຍ​ແນ​ໃສ່ບົດ​ລາຍ​ງານ​ການກວດ​ກາ "301" ຂອງ​ຫ້ອງ​ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ເປັນ​ຫ່ວງ​ຕໍ່ "ການ​ຜ​ະ​ລິດ​ຂອງ​ຈີນ 2025", ທ່ານ​ຫວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, "ການ​ຜ​ະ​ລິດ​ຂອງ​ຈີນ 2025" ສອດ​ຄ່ອງ​ກັບ​ພັນ​ທະ​ພາຍ​ໃຕ້​ຂອບ​ອົງ​ການ​ການ​ຄ້າ​ໂລກ, ມີ​ລັກ​ສະ​ນະ​ໂປ່ງ​ໃສ, ເປີດ​ປະ​ຕູ ແລະ ບໍ່​ມີ​ຄວາ​ຈຳ​ແນກ​ຕ່າງ​ຢ່າງ​ໃດ ແລະ ກໍ​ຍິນ​ດີ​ທີ່​ວິ​ສາ​ຫະ​ກິດ​ຈີນ ແລະ​ຕ່າງ​ປະ​ເທ​ດເຂົ້​າ​ຮ່ວມ.
​ທ່ານ​ກ່າວ​ວ່າ, ຖ້າ​ທ່ານ​ເຫັນ​ວ່າ  "ການ​ຜ​ະ​ລິດ​ຂອງ​ຈີນ 2025" ມີ​ດ້ານ​ໃດ​ບໍ່​ສອດ​ຄ່ອງ​ກັບ​ພັນ​ທະ​ຂອງ WTO ແລະ ຝືນ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ, ພວກ​ເຮົາ​ສາ​ມາດ​​ນຳໄປ​ປຶກ​ສາ​ຫາ​ລື​ກັນ​ຢູ່ WTO ແລະ ສາ​ມາດ​ຮ້ອງ​ຟ້ອງ. ພວກ​ເຮົາ​ບໍ່​ຢາກ​ໃຫ້​ຝ່າຍ​ໃດ​ຕັ້ງ​ໃຈ​ກໍ່​ຂໍ້​ອ້າງ​ຂຶ້ນ ແລະ ປະ​ຕິ​ບັດ​ມາດ​ຕະ​ການ​ແຕ່​ຝ່າຍ​ດຽວ. ທີ່​ຈິງ​ແລ້ວ, ​ມີຫຼາຍໆ​ປະ​ເທດ​ໃນ​ໂລກ​ກໍ​ມີ​ດັດ​ສະ​ນີ​ ຫຼື ແຜນ​ການລັກ​ສະ​ນະ​ຊີ້​ນຳ​ທີ່​ຄ້າຍ​ຄື​ກັນ. ​ຄື​ວ່າ ລັດ​ຖະ​ບານໂອ​ບາ​ມາ​ອາ​ເມ​ລິ​ກາ​ໄດ້​ວາງ​ແຜນ​ "ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ທົບ​ເທົ່າ" ແລະ ສະ​ຫະ​ພາບ​ເອີ​ລົບ​ກໍ​ມີ "ແຜນ​ການ​ຟື້ນ​ຟູ​ອຸດ​ສາ​ຫະ​ກຳ". ສຳ​ລັບ  "ການ​ຜ​ະ​ລິດ​ຂອງ​ຈີນ 2025" , ບັນ​ດາ​ທ່ານ​ສາ​ມາດ​ໄປ​ອ່ານ​ຢ່າງ​ລະ​ອຽດ, ຢ່າ​ຖື​ມັນ​ເປັນ​ສິ່ງ​ໜ້າ​ຢ້ານ.

ໃນ​ກອງ​ປະ​ຊຸມ​ຂ່າວ, ເຈົ້າ​ໜ້​າ​ທີ່​ຂອງ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຄ້າ​ຈີນ​ລ້ວນ​ແຕ່​ກ່າວ​ວ່າ, ຈີນ​ກ່າວ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ​ບໍ່​ຢາກ​ສະ​ແຫວງ​ຫາ​ການ​ໄດ້​ປຽບ​ດຸນ​ການ​ຄ້າ ແລະ ຫວັງ​ໃຫ້​ບັນ​ລຸ​ຄວາມ​ດຸນ​ດ່ຽງ​ກັນ​ດ້ານ​ການ​ຄ້າ​ເທື່ອ​ລະ​ກ້າວ​ໃນ​ຂະ​ບວນ​ການ​ຮ່ວມ​ມື​ກັນ. ​ການເຮັດ "ສົງ​ຄາມ​ການ​ຄ້າ" ​ຈະບໍ່​ມີ​ຝ່າຍ​ໃດ​ເປັນ​ຝ່າຍ​ຊະ​ນະ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ WTO ທີ່​​ມີ​ຄວາມຮັບ​ຜິດ​ຊອບ, ຈີນ​ບໍ່​ຢາກເຮັດ "ສົງ​ຄາມ​ການ​ຄ້າ", ແຕ່​ກໍ​ບໍ່​ຢ້ານ​ການ​ເຮັດ "ສົງ​ຄາມ​ການ​ຄ້າ​" ເຊັ່ນ​ກັນ.

ທ່ານ​ຈູ່​ກ່ວງ​ຢ້າວ​ຍັງ​ເປີດ​ເຜີຍ​ວ່າ, ເພື່ອ​ລະ​ນຶກວັນຄົບ​ຮອບ 40 ປີ ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີ​ດ​ປະ​ຕູ​ສູ່​ພາຍນອກ, ຈີນ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ໃໝ່​ຕື່ມ​ອີກ ແລະ ຈີນ​ຈະ​ເປີດ​ປະ​ຕູ​ຕໍ່​ໂລກ​ນັບ​ມື້​ນັບ​ກວ້າງ​ຂວາງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ