ການ​ເຮັດ​ບຸນ​ໃຫ້​ບັນ​ພະ​ບຸ​ລຸດ​ທີ່ລ່ວງ​ລັບ​ໄຟ​ດ້ວຍ​ວິ​ທີ​ແບບ​ສີ​ຂຽວໃນບຸນ​ຊິ່ງ​ມິງ
2018-04-05 17:58:37  cri 
ບຸນ​ຊິ່ງ​ມິງ​ແມ່ນ​ບຸນ​ປະ​ເພ​ນີ​ທີ່ເຮັດ​ບຸນ​ໃຫ້ບັນ​ພະ​ບຸ​ລຸດ​ບຸນ​ໜຶ່ງ​ຂອງ​ຈີນ, ການ​ຈູ​ດ​ໝາກ​ກະ​ໂພກ,ວາ​ງ​ໝາກ​ໄມ້,ຈູດທູບ,ຈູດເຈັ້ຍເປັນ​ຮູບ​ເງິນແລະ​ອື່ນໆທີ່​ເປັນວິ​ທີ​ເກົ່າ​ແບບ​ນີ້​ມັກ​ເຮັດ​ໃຫ້​ເກີດ​ອັກ​ຄີໄພ​,ເປັນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ. ໃນ​ຫຼາຍ​ປີ​ຜ່ານ​ມາ, ອົງ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຂອງ​ຈີນ​ໄດ້​ສົ່ງ​ເສີມໃຫ້​ປະ​ຊາ​ຊົນ​ຄວນ​ໃຊ້​ວິ​​ທີ​ເຮັດ​ບຸນແບບ​ສີ​ຂຽວ​ຢ່າງ​ຕັ້ງ​ໜ້າ. ພ້ອມ​ກັນ​ນັ້ນ,ຄຽງ​ຄູ່​ກັບ​ທະ​ສະ​ນະ​ຄະ​ຕິ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ກາ​ນ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ທັງ​ຫຼາຍ​ຢ່າງ​ເລິກ​ເຊິ່ງ,ກໍ່​ໄດ້​ມີ​ປະ​ຊາ​ຊົນ​ເລືອກວິ​ທີ​ເຮັດ​ບຸນ​ແບບ​ສີ​ຂຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຢູ່​ສຸ​ສານ​ປະ​ຊາ​ຊົນ​ປ່າ​ປາວ​ຊ່ານ​ທີ່ນະ​ຄອນ​ຫຼວງ​ປັກ​ກິ່ງ, ພະ​ນັກ​ງານ​ຢູ່​ແຫ່ງ​ນີ້​ໄດ້​ຢາຍດອກ​ໄມ້​ໃຫ້​ປະ​ຊາ​ຊົນ​ທີ່​ມາ​ເຮັດ​ບຸນທຸກ​ຄົນ,ແລະ​ໄດ້​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງຕໍ່​ຜູ້​ລ່ວງ​ລັບ​ໄຟ​ດ້ວຍດອກ​ໄມ້​ສົດ. ຂ່າວ​ແຈ້ງວ່າ, ໃນ​ໄລ​ຍະ​ບຸນ​ຊິ່ງ​ມິງປີ​ນີ້, ສຸ​ສານ​​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວ​ນ​ແຕ່​ໄດ້​ສົ່ງ​ເສີມ​ວິ​ທີ​ເຮັດ​ບຸນໃໝ່, ຕົວ​ຢ່າງ​ຄື, ​ຝາກ​ຄວາມ​ຄິດ​ຮອດ​ຄິດ​ເຖິງດ້ວຍ​ການ​ປ່ອຍ​ໝາກ​ປຸ້ມ​ເປົ້າ,ຕັ້ງ​ຕູ້​ໄປ​ສະ​ນີ​ການ​ເວ​ລາ,ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຂ​ຽນ​ຄຳ​ຄິດ​ຮອດ​ຕໍ່​ຍາດ​ພີ່​ນ້ອງດ້ວຍ​ບັດ​ອວຍ​ພອນ ແລະ​ໂຍນ​ບັດເຂົ້າ​ຕູ້​ໄປ​ສະ​ນີ​​ການ​ເວ​ລາ.

ເພື່ອ​ແກ້​ໄຂ​ບັນ​ຫາມົນ​ລະພິດ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງນະ​ຄອນ​ທຽນ​ສິນ,ເມືອງ​ນານ​ກິ່ງ,ເມືອງ​ຊິງ​ຮວງ​ຕາວ​ແລະ​ແຫ່ງ​ອື່ນໆ​ໄດ້​ຕັ້ງ​ລົດ​ເຮັດ​ບຸນ​ສີ​ຂຽວ​ເຄື່ອນ​ທີ່​ຢູ່​ທາງ​ສີ່​ແຍກ​ແລະ​ສຸ​ສານ​ເປັນ​ຕົ້ນ,ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ເຮັດ​ບຸນ​ແລະ​ສືບ​ທອດ​ມູນ​ເຊື້ອ​ນີ້​ດ້ວຍ​ວິ​ທີ​ສີ​ຂຽວ. ຂ່າວ​ແຈ້ງວ່າ, ປະ​ຊາ​ຊົນ​ສາ​ມາດ​ໂຍນ​ແຜ່ນ​ຊື່ນ​ເຈັ້ຍ​ເປັນ​ຮູບ​ເງິນແລະ​ອື່ນໆ​ເຂົ້າ​ເຕົາ​ເຮັດ​ບຸນ, ອຸ​ປະ​ກອນ​ໝູນ​ວຽນ​ຢູ່​ໃນ​ລົດ​ຈະ​ສາ​ມາດ​ບຳ​ບັດ​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍໝົດ,ເຊິ່ງວິ​ທີ​ແບບ​ນີ້​ເປັນ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ຍົກ​ລະ​ດັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ເຮັດ​ໃຫ້​ອາ​ກາດ​ສະ​ອາດ.

ນອກ​ຈາກວິ​ທີ​ເຮັດ​ບຸນ​ດັ່ງ​ກ່າວ​ແລ້ວ,ຍັງ​ມີ​ຊາວອິນ​ເຕີ​ເນັດ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ເລືອກ​ເຮັດ​ບຸນຢູ່​ເທິງ​ເວັບ​ໄຊ​ ສ້າງ​ສຸ​ສານ​ອຸ​ປະ​ໂຫລກ​ແຫ່ງ​ໜຶ່ງ ເຮັດ​ເຄື່ອງ​ບູ​ຊາ ຂຽນ​ບົດ​ຝາກ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຕໍ່​ຍາດ​ພີ່​ນ້ອງ​ທີ່​ລ່ວງ​ລັບ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ