"ຊົນຊາດໜຶ່ງທີ່ມີຄວາມຫວັງຈະຂາດວິລະຊົນບໍ່ໄດ້, ປະເທດໜຶ່ງທີ່ມີອະນາຄົດຈະຂາດກອງຕະລົມບອນບໍ່ໄດ້." ເມື່ອເວົ້າເຖິງວິລະຊົນແຫ່ງຊາດ ແລະ ຜູ້ເສຍສະຫຼະຂອງຊົນຊາດ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຈີນລ້ວນແຕ່ໄດ້ສະແດງຄວາມຄະນິງຫາຕໍ່ພວກເພິ່ນ ແລະ ທ່ານກໍເຄີຍໄປຄະນິງຫາວິລະຊົນຢູ່ແຫ່ງຕ່າງໆໃນທົ່ວປະເທດຈີນ. ເນື່ອງໃນໂອກາດບຸນຊິ່ງມິງ, ໃຫ້ພວກເຮົາຮ່ວມກັນທົບທວນຄືນຄຳເວົ້າຂອງທ່ານສີຈິ້ນຜິງ, ຮ່ວມກັນຈົດຈຳປະຫວັດສາດ ແລະ ຄະນິງຫາວິລະຊົນ.
ໃຫ້ພວກເຮົາຄະນິງຫາຢ່າງຖາວອນ
ຕອນເຊົ້າວັນທີ 7 ກໍລະກົດປີ 2014, ຢູ່ຫໍລະນຶກສົງຄາມຕໍ່ຕ້ານຍີ່ປຸ່ນປະຊາຊົນຈີນທີ່ເມືອງຫວ້ານຜິງນະຄອນຫຼວງປັກກິ່ງ, ຜູ້ນຳພັກລັດຈີນ ເຊັ່ນ ທ່ານສີຈິ້ນຜິງ ແລະ ຜູ້ຕາງໜ້າວົງການຕ່າງໆ 1000 ກວ່າຄົນໄດ້ຮ່ວມກັນລະນຶກສົງຄາມຕໍ່ຕ້ານຍີ່ປຸ່ນຂອງຈີນເກີດຂຶ້ນຄົບຮອບ 77 ປີ. ໃນພິທີລະນຶກ, ທ່ານສີຈິ້ນຜິງ ແລະ ນັກຮົບເກົ່າຈີນ ພ້ອມທັງຜູ້ຕາງໜ້າຊາວໜຸ່ມເຍົາວະຊົນ, ໄດ້ຮ່ວມກັນເປີດສາກໃຫ້ແກ່ຮູບປັ້ນ "ຫຼຽນໄຊອິດສະຫຼະພາບ ແລະ ເສລີພາບ".
ນີ້ແມ່ນຜູ້ນຳສູງສຸດຈີນເຂົ້າຮ່ວມພິທີລະນຶກທາງການຂອງ "ເຫດການວັນທີ 7 ກໍລະກົດ" ເປັນຄັ້ງທຳອິດ ແລະ ໃນຄຳປາໄສຂອງຜູ້ນຳສູງສຸດຂອງຈີນໄດ້ປາກົດມີຊື່ຜູ້ເປັນແມ່ທຳມະດາຄົນໜຶ່ງ.
"ໃນການຕໍ່ສູ້ກູ້ຊາດທີ່ຍິ່ງໃຫຍ່ຄັ້ງນີ້, ລູກຫຼານປະຊາຊາດຈີນໄດ້ສະຫຼະເລືອດເນື້ອຂອງຕົນ ເພື່ອຄວາມເປັນເອກະລາດ ແລະ ເສລີພາບຂອງປະຊາຊາດຈີນ, ແມ່ສົ່ງລູກໄປສູ້ກັບຈັກກະພັດຍີ່ປຸ່ນ, ເມຍສົ່ງຜົວໄປສະໜາມຮົບ, ພໍ່ແມ່ພີ່ນ້ອງຮ່ວມໃຈຮ່ວມແຮງກັນ. ມີແມ່ຜູ້ໜຶ່ງຊື່ເຕິ້ງຢູ້ເຟິ່ນຈາກເມືອງມີ້ຢຸນນະຄອນຫຼວງປັກກິ່ງໄດ້ສົ່ງຜົວ ແລະ ລູກ 5 ຄົນໄປແນວໜ້າ, ພໍ່ລູກທັງ 6 ໄດ້ເສຍສະຫຼະໝົດ."
ຈີນໄດ້ກຳນົດ 3 ວັນດ້ວຍຮູບການນິຕິບັນຍັດ. ຈາກນັ້ນມາ, ການຄະນິງຫາວິລະຊົນໄດ້ກາຍເປັນພິທີລະດັບຊາດຂອງຈີນ.
ປີ 2014, ທ່ານສີຈິ້ນຜິງເຄີຍໄດ້ເວົ້າເຖິງເລື່ອງນີ້ໃນຄຳອວຍພອນປີໃໝ່ ໂດຍກ່າວວ່າ, ປີນີ້, ພວກເຮົາໄດ້ຜ່ານຈາກການນິຕິບັນຍັດ, ກຳນົດວັນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນໄດ້ຮັບໄຊຊະນະ, ວັນລະນຶກວິລະຊົນ ແລະ ວັນບູຊາລະດັບຊາດເຖິງຜູ້ຖືກເຄາະຮ້າຍໃນເຫດການສັງຫານໝູ່ນານກິ່ງ ພ້ອມທັງໄດ້ຈັດພິທີລະນຶກທີ່ເຄັ່ງຂຶມ. ສຳລັບວິລະຊົນທີ່ເສຍສະຫຼະຊີວິດອັນລ້ຳຄ່າຂອງຕົນ ເພື່ອປະເທດ, ເພື່ອຊົນຊາດ ແລະ ເພື່ອສັນຕິພາບນັ້ນ, ບໍ່ວ່າການເວລາໄດ້ຜ່ານໄປແນວໃດ, ພວກເຮົາລ້ວນແຕ່ຕ້ອງຈົດຈຳການເສຍສະຫຼະ ແລະ ການອຸດທິຂອງພວກເພິ່ນ.
ຊົນຊາດທີ່ມີຄວາມຫວັງຈະຂາດວິລະຊົນບໍ່ໄດ້
ທ່ານສີຈິ້ນຜິງເຄີຍໄປຄະນິງຫາວິລະຊົນຢູ່ຫຼາຍແຫ່ງໃນທົ່ວປະເທດຈີນ ເຊັ່ນ: ເມືອງລິນຢີແຂວງຊ່ານຕຸ່ງ, ເມືອງຈິງກ່າງຊ່ານແຂວງຈ່ຽງຊີ່, ເມືອງຫຼຸຍຫຼຽງແຂວງຊ່ານຊີ່ເຫຼົ່ານີ້ເປັນຕົ້ນ. ເມື່ອໄປຮອດຖານທີ່ໝັ້ນເກົ່າປະຕິວັດ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ວາງພວງມາລາໃຫ້ແກ່ວິລະຊົນ ເພື່ອສະແດງຄວາມເຄົາລົບນັບຖື, ໄປຢາມລູກຫຼານວິລະຊົນ ແລະ ເລົ່າເລື່ອງກ່ຽວກັບວິລະຊົນ. ເຖິງວ່າໄປຢ້ຽມຢາມຕ່າງປະເທດ, ທ່ານສີຈິ້ນຜິງກໍເຄີຍໄປສະແດງຄວາມໄວ້ອາໄລຕໍ່ວິລະຊົນຈີນທີ່ເສຍສະຫຼະຢູ່ຕ່າງປະເທດຫຼາຍເທື່ອ.
ເປັນຫຍັງພວກເຮົາຕ້ອງຄະນິງຫາວິລະຊົນ ແລະ ປົກປ້ອງກຽດສັກສີຂອງວິລະຊົນ? ທ່ານສີຈິ້ນຜິງເຄີຍເວົ້າຫຼາຍເທື່ອວ່າ:
ຊົນຊາດໜຶ່ງທີ່ມີຄວາມຫວັງຈະຂາດວິລະຊົນບໍ່ໄດ້, ປະເທດໜຶ່ງທີ່ມີອະນາຄົດຈະຂາດກອງຕະລົມບອນບໍ່ໄດ້.
ຊົນຊາດໜຶ່ງຖ້າຢາກຢືນຢູ່ໃນເວທີສາກົນຢ່າງສະຫງ່າຜ່າເຜີຍ, ຕ້ອງມີນ້ຳໃຈພິເສດຂອງຕົນ.ລັດທິຮັກຊາດແມ່ນແກນກາງຂອງນ້ຳໃຈຊົນຊາດຈີນ.
ໃນພິທີສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95 ປີ, ທ່ານກ່າວວ່າ: " 'ຖືກຕັດຄໍຕາຍ ບໍ່ເປັນຫຍັງ, ຂໍພຽງແຕ່ຍຶດໝັ້ນສັດຈະທຳ, ສັດຕູພຽງແຕ່ສາມາດຕັດຄໍເຮົາເທົ່ານັ້ນ, ພັດບໍ່ສາມາດບັ່ນທອນຄວາມເຊື່ອຖືຂອງພວກເຮົາຢ່າງເດັດຂາດ', ຄຳໝັ້ນສັນຍາທີ່ບໍ່ຢ້ຽນເສຍສະຫຼະແລະມີຄວາມອົງອາດກ້າຫານດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນຄວາມຊື່ສັດບໍລິສຸດຂອງຊາວກອມມູນິດຕໍ່ອຸດົມການອັນຍິ່ງໃຫຍ່ . ແສງສະຫວ່າງແຫ່ງອຸດົມການຈະບໍ່ດັບ, ແສງສະຫງ່າງແຫ່ງຄວາມເຊື່ອຖືກໍຈະບໍ່ດັບ. ພວກເຮົາຕ້ອງຈື່ຈຳຄວາມປາຖະໜາຂອງວິລະຊົນຢ່າງຄັກແນ່, ຈົດຈຳອຸດົມການອັນຍິ່ງໃຫຍ່ທີ່ພວກຂະເຈົ້າບຸກເບີນສູ້ຊົນແບບເສຍສະຫຼະ."
ການລະນຶກເພື່ອກ້າວໄປໜ້າຢ່າງດີກວ່າເກົ່າ
ການລະລຶກຢ່າງເຄັ່ງຂືມ, ແມ່ນເພື່ອບໍ່ລືມອຸດົມການແຕ່ຫົວທີ, ກໍແມ່ນເພື່ອຈົດຈຳປະຫວັດສາດ,ຈຶ່ງຮູ້ຄວາມເປັນມາທີ່ໄດ້ມາບໍ່ງ່າຍດາຍຂອງປັດຈຸບັນ.
ຫວນຄືນຄຳປາໄສດ້ວຍຄວາມຈິງໃຈຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງໃນການຄະນິງຫາວິລະຊົນ, ເຊິ່ງມີຄວາມປາຖະໜາຢ່າງແຮງກ້າຕໍ່ອະນາຄົດຂອງຊົນຊາດຈີນ, ແລະມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການບັນລຸຄວາມໄຝ່ຝັນຂອງຈີນທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.
ວັນທີ 2 ກັນຍາປີ2015, ທ່ານສີຈິ້ນຜິງໄດ້ກ່າວປາໄສໃນພິທີມອບຫຼຽນໄຊສົງຄາມປະຊາຊົນຈີນຕໍ່ຕ້ານຍິ່ປຸ່ນໄດ້ຮັບຊະນະຄົບຮອບ 70 ປີ ເຊິ່ງຊຸກຍູ້ໃຫ້ຄົນທັງຫຼາຍບຸກເບີນສູ້ຊົນ. ທ່ານກ່າວວ່າ:"ໃນສູ່ມື້ນີ້, ຈີນພວມມິການປ່ຽນແປງແບບໜ້າມືເປັນຫຼັງມື, ພວກເຮົາໄດ້ຫຍັບໃກ້ເຂົ້າເປົ້າໝາຍຟື້ນຟູຄວາມຈະເລີນຮຸ່ງເຮືອງ. ການບັນລຸເປົ້າໝາຍຂອງພວກເຮົາ, ຕ້ອງການວິລະຊົນ, ຕ້ອງການນ້ຳໃຈວິລະຊົນ. ພວກເຮົາຕ້ອງຈື່ຈຳວິລະຊົນທຸກໆຄົນທີ່ເຄີຍປະກອບສ່ວນເພື່ອຊົນຊາດແລະປະຊາຊົນຈີນ, ເຄົາລົບວິລະຊົນ, ປົກປ້ອງວິລະຊົນ, ຮຽນນຳວິລະຊົນ, ເອົາໃຈໃສ່ວິລະຊົນ, ຮ່ວມແຮງຮ່ວມໃຈ ເພື່ອບັນລຸເປົ້າໝາຍ "ສອງວັນປະຫວັດສາດສຳຄັນຄົບຮອບ 100 ປີ" ແລະ "ຄວາມໄຝ່ຝັນຂອງຈີນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ"."
ປະເທດເຮົາ, ໄດ້ສ້າງກົດໝາຍກົດລະບຽບທີ່ນັບມື້ນັບຄົບຖ້ວນເພື່ອປົກປ້ອງວິລະຊົນການປະຕິວັດ, ກົດໝາຍແພ່ງສະບັບປັບປຸງໃໝ່ໄດ້ຂຽນເນື້ອໃນປົກປ້ອງສິດແລະຜົນປະໂຫຍດຂອງວິລະຊົນຢ່າງຊັດເຈນ, ກົດໝາຍປົກປ້ອງວິລະຊົນສະບັບຮ່າງໄດ້ສະເໜີໃຫ້ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຄົ້ນຄວ້າພິຈາລະນາແລ້ວ. ການເຄົາລົບວິລະຊົນ ແລະປົກປ້ອງວິລະຊົນພວມໄດ້ຮັບການປະຕິບັດຕົວຈິງດ້ວຍຮູບການກົດໝາຍ.