ການ​ປະ​ທະ​ກັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ແມ່ນ​ອາ​ເມ​ລິ​ກາ​ກໍ່​ຂຶ້ນ​ແຕ່​ຝ່າຍ​ດຽວ ແລະ​ຈີນ​ຍ່ອມ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ຮັບ​ມື​ໂດຍລວມ​ໃໝ່
2018-04-06 16:43:20  cri 
ຕາມ​ຂ່າວCRI: ວັນ​ທີ 6 ເມ​ສາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ວ່າ: ກ່ຽວ​ກັບບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ,ຈີນ​ບໍ່​ຢາກ​​ມີ​ສົງ​ຄາມ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ, ແຕ່​ກໍ່​ບໍ່​ຢ້ານ​ເຮັດສົງ​ຄາມ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ. ຈີນ​ຈະ​ສືບ​ຕໍ່​ເປີດກວ້າງ​ການ​ປະ​ຕິ​ຮູບ​ແລະໄຂ​ປະ​ຕູ​ສູ່​ພາຍນອກ,ປົກ​ປ້ອງ​ຂອບການ​ຄ້າ​ຫຼາຍ​ຝ່າຍ,ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ໂລກ​ໃຫ້​ມີ​ຄວາມ​ເສ​ລີ​ພາບ​ແລະ​​ມີຄວາມ​ສະ​ດວກ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຂ່າວ​ແຈ້ງວ່າ: ປະ​ທາ​ນາ​ທິ​ບໍ​ດີ​ອາເມ​ລິ​ກາ​ໄດ້​ຮຽກ​ຮ້ອງ​ໃຫ້​ຫ້ອງ​ການ​ຕົວແທນ​ການ​ຄ້າ​ອາ​ເມ​ລິ​ກາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ຈະ​ຂຶ້ນ​ອັດ​ຕາພາ​ສີ​​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ທີ່​ມີ​ມູນ​ຄ່າ​ເຖິງ 100 ຕື້ໂດ​ລາ​ສະ​ຫະ​ລັດຫຼື​ບໍ່, ກ່ຽວ​ກັບ​ເລື່ອງ​ນີ້ ​ຈີນ​ມີ​ຄຳ​ເຫັນ​ແນວ​ໃດ?

ທ່ານ ລູ້​ຄ່າງ ກ່າວ​ວ່າ: ຖ້າ​ອາ​ເມ​ລິ​ກາ​ບໍ່​ເອົາ​ຫົວ​ຊາ​ນຳ​ການ​ຄັດ​ຄ້ານ​ຈາກ​ຈີນ​ແລະ​ປະ​ຊາ​ຄົມ​ໂລກ, ຍຶດ​ໝັ້ນປະ​ຕິ​ບັດ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົ​ກ​ປ້ອງ​ການ​ຄ້​າ, ຈີນ​ຈະ​ຕອບ​ໂຕ້​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ຢ່າງເຖິງ​ຖອງ ໂດຍ​ບໍ່​ຢ້ານ​ເສຍ​ຄ່າ​ຕອບ​ແທນ​ຢ່າງ​ໃດ, ຈະ​ຕອບ​ໂຕ້​ຢ່າງ​ເດັດ​ຂາດ, ຍ່ອມ​ຈະ​ໃຊ້​ມາດ​ຕະ​ການ​ຮັບ​ມື​ໂດຍ​ລວມ​ໃໝ່,ເດັດ​ດ່ຽວ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ກໍ່​ຄື​ຂອງ​ປະ​ເທດ.

ທ່ານ ກ່າວ​ເຟີ່ງ ຊີ້ອອກ​ວ່າ: ການ​ປະ​ທະ​ກັນ​ທາງເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ນີ້​ແມ່ນ​​ອາ​ເມ​ລິ​ກາ​ກໍ່​ຂຶ້ນແຕ່​ຝ່າຍ​ດຽວ,ທາດ​ແທ້ແມ່ນ​ລັດ​ທິ​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​ກາ​ທ້າ​ທາຍຕໍ່​ລັດ​ທິ​ຫຼາຍ​ຝ່າຍ​ຂອງ​ໂລກ ແລະ ລັດ​ທິ​ປົກ​ປ້ອງ​ຂອງ​ອາ​ເມ​ລິ​​ກາ​ທ້າ​ທາຍ​ຕໍ່​ການ​ຄ້າ​ເສ​ລີ​ທົ່ວ​ໂລກ. ຈີນ​ຈະ​ສືບ​ຕໍ່​ເປີດກວ້າງ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ,ປົກ​ປ້ອງ​ຂອບການ​ຄ້າ​ຫຼາຍ​ຝ່າຍ,ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ໂລກ​ໃຫ້​ມີ​ຄວາມ​ເສ​ລີ​ແລະ​​ມີຄວາມ​ສະ​ດວກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ