ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ແລະ​ຈີນ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ກາ​ນ​ຄ້າ
2018-04-06 17:12:29  cri 
ເນື່ອງ​ຈາກວ່າ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ການ​ສະ​ເໜີ​ຂຶ້ນ​ອັດ​ຕາ​ພາ​ສີ ໂດຍ​ອີງ​ຕາມ "ການກວດ​ກາ 301", ວັນ​ທີ 4 ເມ​ສາ​ນີ້, ຈີນ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ສົ​ມ​ຄູ່​ກັນ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ ເຊິ່ງ​ລວມ​ທັງ​ຖົ່ວ​ເຫຼືອງ, ເຮືອ​ບິນ ແລະ ອື່ນໆ ທີ່​ນຳ​ເຂົ້າ​ຈ​າກ​ອາ​ເມ​ລິ​ກາ. ການ​ກະ​ທຳ​ທີ່​ບໍ່​ຢ້ານ, ບໍ່ຫຼີກ ແລະ ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ຊອບ​ກົດ​ໝາຍ​ຂອງ​ຈີນ​ໄດ້​ພາ​ໃຫ້​ວົງ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ສົນ​ໃຈ​ນຳ​ໃນ​ລະ​ດັບ​ສູງ. ຫຼາຍ​ບໍ​ລິ​ສັດ​ສຳ​ຄັນ ແລະ ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ສະ​ແດງ​ທ່າ​ທີ ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ສອງ​ປະ​ເທດ​ປຶກ​ສາ​ຫາ​ລື​ກັນ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ຄ້າ.

ວັນ​ທີ 4 ເມ​ສາ​ນີ້, ທ່ານ​ຈອນ ໄຮ​ສ​ດໍ​ເຟີ ປະ​ທານ​ສະ​ມາ​ຄົມ​ຖົ່ວ​ເຫຼືອງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ທ​ຣຳ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ທາງ​ການ​ຄ້າ ແລະ ສິດ​ຊັບ​ສິນ​ທາງ​ປັນ​ຍາ​ກັບ​ຈີນ​ດ້ວຍ​ທ່າ​ທີ "ລັກ​ສະ​ນະ​ສ້າງ​ສັນ", ຫາກ​ບໍ່​ແມ່ນ​ອີງ​ໃສ່​ມາດ​ຕະ​ການ "ລົງ​ໂທດ" ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ສິ​ກອນ​ປູກ​ຖົ່ວ​ເຫຼືອງ​ຂອງ​ອາ​ເມ​ລິ​ກາ​ຖືກ​ກະ​ທົບ​ກະ​ເທືອນ​ຢ່າງ​ໜັກ​ໜ່ວງ.

ເຈົ້າ​ໜ້າ​ທີ່​ບໍ​ລິ​ສັດ GS ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 4 ເມ​ສາ​ນີ້​ວ່າ, ຖ້າ​ຈີນ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ຖົ່ວ​ເຫຼືອງ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ, ອາດ​ຈະ​ພາ​ໃຫ້​ປະ​ລິ​ມານການ​ສົ່ງ​ອອກ​ຖົ່ວ​ເຫຼືອງ​ຂອງ​ອາ​ເມ​ລິ​ກາຫຼຸດ​ລົງ ແລະ ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ສິ​ກອນ​ປູກ​ຖົ່ວ​ເຫຼືອງອາ​ເມ​ລິ​ກາ.
ບໍ​ລິ​ສັດ​ລົດ​ຍົນ GM ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 4 ເມ​ສາ​ນີ້ ໂດຍ​ຂຽນ​ວ່າ, ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ການ​ຄ້າ​ທີ່​ຕັ້ງ​ໜ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ​ແລະ​ຈີນ, ຂະ​ນະ​ດຽວ​ກັນ, ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ສອງ​ປະ​ເທດ​ສືບ​ຕໍ່​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ທີ່​ສືບ​ເນື່ອງ.

ບໍ​ລິ​ສັດ​ລົດ​ຍົນ​ຟອດ​ຂອງ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ກາ​ນ​ໃນ​ວັນ​ທີ 4 ເມ​ສາ​ນີ້​ໂດຍ​ຂຽນ​ວ່າ, ບໍ​ລິ​ສັດ​ຕົນ​ສົ່ງ​ເສີມ​ໃຫ້​ລັດ​ຖະ​ບານ​ສອງ​ປະ​ເທດ​ພະ​ຍາ​ຍາມ​ຮ່ວມ​ກັນ ເພື່ອ​ແກ້​ໄຂ​ບັ​ນ​ຫາ​ການ​ຄ້າ​ລະ​ຫວ່າງ 2 ​ກຸ່ມ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ບໍ​ລິ​ສັດ​ໂບ​ອິງ ທີ່​ຖື​ເອົາ​ຕະຫຼາດ​ຈີນ​ເປັນ​​ຕະຫຼາດ​ສຳ​ຄັນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 4 ເມ​ສາ​ນີ້​ໂດຍ​ຂຽນ​ວ່າ, ບໍ​ລິ​ສັດ​ຕົນ​ຫວັງ​ໃຫ້​ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ຈີນ​ສາ​ມາດ​ດຳ​ເນີນ​ການ​ສົນ​ທະ​ນາ​ລັກ​ສະ​ນະ​ສ້າ​ງ​ສັນ​ໃນ​ໄວໆ​ນີ້ ແລະ ຈະ​ສືບ​ຕໍ່​ພະ​ຍາ​ຍາມ ເພື່ອ​ຕິດ​ຕໍ່​ພົວ​ພັນ​ກັບ​ລັດ​ຖະ​ບານ​ສອງ​ປະ​ເທດ​ຢ່າງ​ເປັນ​ເຈົ້າ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ