ຕາມຂ່າວສານຊິ່ນຮວາ: ໂດຍແນໃສ່ລັດຖະບານອາເມລິກາປະຕິບັດຕາມລັດທິປົກປ້ອງການຄ້າເລື້ອຍໆໃນໄລຍະມໍ່ໆນີ້, ໃນກອງປະຊຸມສຳມະນາຫາລືສະຖານະການແຫ່ງຄວາມຂັດແຍ້ງດ້ານການຄ້າລະຫວ່າງຈີນກັບອາເມລິກາ ທີ່ຈັດໂດຍສະຖາບັນຄົ້ນຄວ້າການພັດທະນາແລະຍຸດທະສາດແຫ່ງຊາດແລະ ວິທະຍາໄລເສດຖະກິດມະຫາວິທະຍາໄລປະຊາຊົນຈີນໃນວັນທີ 6 ເມສານີ້, ຜູ້ຊ່ຽວຊານເສດຖະກິດການຄ້າຫຼາຍທ່ານເປັນເອກະສັນກັນເຫັນວ່າ, ອາເມລິກາກຳລັງເດີນຕາມເສັ້ນທາງລັດທິປົກປ້ອງການຄ້າທີ່ຜິດພາດ, ຖ້າສືບຕໍ່ເດີນໄປໜ້າອີກ, ຈະທຳລາຍຜົນປະໂຫຍດຂອງຕົນໃນທີ່ສຸດ.
ທ່ານນາງ ເຢີນຕົ່ງຢ້ຽນ ຫົວໜ້າຫ້ອງການຄົ້ນຄວ້າການຄ້າສາກົນຂອງສະຖາບັນຄົ້ນຄວ້າເສດຖະກິດແລະການເມືອງໂລກຂອງສະພາບັນດິດວິທະຍາສາດສັງຄົມຈີນກ່າວວ່າ, ປີກາຍນີ້, ຍອດມູນຄ່າສິນຄ້າທີ່ຈີນສົ່ງອອກຕໍ່ອາເມລິກາ ມີເຖິງ 400 ຕື້ກວ່າໂດລາສະຫະລັດ. ນັບມາຮອດປັດຈຸບັນ, ລັດຖະບານທຣຳມີແຜນຈະຂຶ້ນອັດຕາພາສີຕໍ່ສິນຄ້າທີ່ມີມູນຄ່າເຖິງ 150 ຕື້ໂດລາສະຫະລັດ, ເຊິ່ງໄດ້ກວມປະມານ 35% ຂອງຍອດມູນຄ່າສິນຄ້າທີ່ຈີນສົ່ງອອກຕໍ່ອາເມລິກາ. ຖ້າອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຫຼາຍປານນີ້, ຈະທຳລາຍລະບຽບການການຄ້າສາກົນຢ່າງໜັກໜ່ວງ, ແລະຈະສ້າງຜົນຮ້າຍຢ້ອນຫຼັງໃຫ້ເສດຖະກິດອາເມລິກາທີ່ຄາດຄິດບໍ່ໄດ້, ແລະກໍ່ຈະນຳເອົາສິ່ງທ້າທາຍຫຼາຍຢ່າງມາໃຫ້ເສດຖະກິດທົ່ວໂລກ.
ທ່ານວາງຊ້ຽວຊົ່ງ ສາສະດາຈານຂອງວິທະຍາໄລເສດຖະກິດມະຫາວິທະຍາໄລປະຊາຊົນຈີນກ່າວວ່າ, ມາດຕະການຕອບໂຕ້ທີ່ຈີນປະກາດໃນຫວ່າງມໍ່ໆນີ້, ໄດ້ບຸກໃສ່ຈຸດບົກພ່ອງຂອງອາເມລິກາ. ຈີນມີຄວາມສາມາດຕ້ານຄວາມກົດດັນດ້ານເສດຖະກິດທີ່ດີກວ່ານີ້, ຖ້າເຮັດສົງຄາມການຄ້າ ແລະສງຄາມການຄ້າດຸເດືອນຂຶ້ນ, ຈີນຍັງມີຫຼາຍມາດຕະການຮັບມືແລະຊ່ອງຫວ່າງແກ້ໄຂຫຼາຍ, ຈີນຈະບໍ່ຢ້ານເຮັດສົງຄາມການຄ້າຢ່າງເດັດຂາດ.
ທ່ານຢູໝຽວເຈຍ ຮອງອະທິການບໍດີວິທະຍາໄລຄົ້ນຄວ້າການພັດທະນາແຫ່ງຊາດມະຫາວິທະຍາໄລປັກກິ່ງກ່າວວ່າ, ຖ້າຄວາມຂັດແຍ້ງດ້ານການຄ້າດຸເດືອດຂຶ້ນຢ່າງຮອບດ້ານ, ອັດຕາພາສີສູງຈະພາໃຫ້ລາຄາສິນຄ້າພາຍໃນປະເທດອາເມລິກາສູງຂຶ້ນ, ເຮັດໃຫ້ເງິນເດືອນຕົວຈິງຫຼຸດລົງ, ສ້າງຜົນເສຍຫາຍໃຫ້ແກ່ສະຫວັດດີການສັງຄົມ. ພ້ອມກັນນັ້ນ, ຄວາມຂັດແຍ້ງດ້ານການຄ້າດຸເດືອນຂຶ້ນຍ່ອມຈະເຮັດໃຫ້ນັກລົງທຶນເກີດຄວາມວິຕົກກັງວົນຕື່ມອີກ. ຫວ່າງມໍ່ໆນີ້, ລາຄາຖົ່ວເຫຼືອງສັ່ງຈອງລ່ວງໜ້າຂອງອາເມລິກາໄດ້ຫຼຸດລົງຫຼາຍ, ລາຄາຫຸ້ນຂອງບໍລິສັດລົດຍົນ, ເຄື່ອງບິນ ແລະຖົ່ວເຫຼືອງອາເມລິກາຫຼຸດລົງຢ່າງຮອບດ້ານ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຜົນຮ້າຍຕໍ່ອາເມລິກາຈາກຄວາມຂັດແຍ້ງດ້ານການຄ້າໃນເບື້ອງຕົ້ນ.
ທ່ານຫຼີຊຸ່ນຕີງ ຮອງນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າເສດຖະກິດແລະການເມືອງໂລກຂອງສະພາບັນດິດວິທະຍາສາດສັງຄົມຈີນ ກ່າວວ່າ, ມາດຕະການຕອບໂຕ້ທີ່ລັດຖະບານຈີນປະຕິບັດນັ້ນມີຄວາມຈຳເປັນຫຼາຍ. ການຄາດຄະເນຫຼາຍຝ່າຍຕໍ່ຄວາມຂັດແຍ້ງດ້ານການຄ້າລະຫວ່າງຈີນກັບອາເມລິກາສະແດງໃຫ້ເຫັນວ່າ, ການກະທຳຂອງອາເມລິກາຈະຂົ່ມຂູ່ເຖິງຈີນບໍ່ໄດ້, ຈີນສາມາດຮັບເອົາຜົນປະເພດຕ່າງໆທີ່ອາດຈະເກີດຂຶ້ນຍ້ອນສົງຄາມການຄ້າ. ລັດຖະບານທຣຳຫວັງຢາກໃຊ້ສົງຄາມການຄ້າໂຈມຕີຈີນ ແລະສະແຫວງຫາຜົນປະໂຫຍດດ້ານເສດຖະກິດ, ມັນພຽງເປັນຄວາມເພີ້ຝັນຂອງອາເມລິກາເທົ່ານັ້ນ.