ຜູ້​ຊ່ຽວ​ຊານເຫັນ​ວ່າ: ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ລັກ​ທິ​ປົກ​ປ້ອງ​ການ​ຄ້າ​ຈະທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ໃນ​ທີ່​ສຸດ
2018-04-07 15:46:03  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ໂດຍ​ແນ​ໃສ່ລັດ​ຖະ​ບານ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ລັດ​ທິ​ປົກ​ປ້ອງກ​ານ​ຄ້າ​ເລື້ອຍໆ​ໃນ​ໄລ​ຍະ​ມໍ່ໆນີ້, ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫາ​ລື​ສະ​ຖາ​ນະ​ການ​ແຫ່ງ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ ທີ່​ຈັດ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ແລະ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ແລະ ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ໃນ​ວັນ​ທີ 6 ເມ​ສາ​ນີ້, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ການ​ຄ້າ​ຫຼາຍ​ທ່ານ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ, ອາ​ເມ​ລິ​ກາ​ກຳ​ລັງ​ເດີນ​ຕາມ​ເສັ້ນ​ທາງ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່​ຜິດ​ພາດ, ຖ້າ​ສືບ​ຕໍ່​ເດີນ​ໄປ​ໜ້າ​ອີກ, ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ໃນ​ທີ່​ສຸດ.

ທ່ານ​ນາ​ງ​ ເຢີນ​ຕົ່ງ​ຢ້ຽນ ຫົວ​ໜ້າຫ້ອງ​ການ​ຄົ້ນ​ຄວ້າ​ການ​ຄ້າ​ສາ​ກົນ​ຂອງ​​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ໂລກ​ຂອງ​ສະ​​ພາ​ບັນ​ດິດວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ກ່າວ​ວ່າ, ປີ​ກາຍ​ນີ້, ​ຍອດ​ມູນ​ຄ່​າ​ສິນ​ຄ້າ​ທີ່ຈີນ​ສົ່ງ​ອອກ​ຕໍ່ອາ​ເມ​ລິ​ກາ​ ມີ​ເຖິງ 400 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ລັດ​ຖະ​ບານ​ທ​ຣຳ​ມີ​ແຜນ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ​ເຖິງ 150 ຕື້​ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​ໄດ້​ກວມປະ​ມານ 35% ຂອງຍອດ​ມູນ​ຄ່າ​ສິນ​ຄ້າ​ທີ່​ຈີນ​ສົ່ງ​ອອກ​​ຕໍ່ອາ​ເມ​ລິ​ກາ. ຖ້າ​ອາ​ເມ​ລິ​ກາ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ຫຼາຍ​ປານ​ນີ້, ຈະ​ທຳ​ລາຍ​ລະ​ບຽບ​ການການ​ຄ້າ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ແລະ​ຈະ​ສ້າງ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ທີ່​ຄາດ​​ຄິດ​ບໍ່​ໄດ້, ແລະ​ກໍ່​ຈະ​ນຳ​ເອົາ​ສິ່ງ​ທ້າ​ທາຍ​​ຫຼາຍ​ຢ່າງ​ມາ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ.

ທ່ານ​ວາງ​ຊ້ຽວ​ຊົ່ງ ສາ​ສະ​ດາ​ຈານ​ຂອງ​​ວິ​ທະ​ຍາ​ໄລເສດ​ຖະ​ກິດ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ມາດ​ຕະ​ການ​​ຕອບ​ໂຕ້​ທີ່​ຈີນ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້, ໄດ້ບຸກ​ໃສ່​ຈຸດ​ບົກ​ພ່ອງ​ຂອງອາ​ເມ​ລິ​ກາ. ຈີນ​ມີ​ຄວາມ​ສາ​ມາດ​ຕ້ານ​ຄວາມ​ກົດ​ດັນ​ດ້ານ​ເສດ​ຖະ​ກິດ​ທີ່​ດີກວ່ານີ້, ຖ້າ​​ເຮັດ​ສົງ​ຄາມ​ການ​ຄ້າ ແລະ​​ສງ​ຄາມ​ການ​ຄ້າ​ດຸ​ເດືອນ​ຂຶ້ນ, ຈີນ​ຍັງ​ມີ​ຫຼາຍ​ມາດ​ຕະ​ການ​ຮັບ​ມື​ແລະ​ຊ່ອງ​ຫວ່າງ​ແກ້​ໄຂ​ຫຼາຍ, ​ຈີນ​ຈະ​ບໍ່​ຢ້ານ​​ເຮັດ​ສົງ​ຄາມ​ການ​ຄ້າ​ຢ່າງ​ເດັດ​ຂາດ.
ທ່ານ​ຢູ​ໝຽວ​ເຈຍ ຮອງ​ອະ​ທິ​ການ​ບໍ​ດີ​​ວິ​ທະ​ຍາ​ໄລ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ກ່າວ​ວ່າ, ຖ້າ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​​ດຸ​ເດືອດ​ຂຶ້ນ​ຢ່າງ​ຮອບ​ດ້ານ, ​ອັດ​ຕາພາ​ສີ​ສູງ​ຈະ​ພາ​ໃຫ້​ລາ​ຄາ​ສິນ​ຄ້າ​ພາຍ​ໃນ​​ປະ​ເທດອາ​ເມ​ລິ​ກາ​ສູງ​ຂຶ້ນ, ເຮັດ​ໃຫ້​ເງິນ​ເດືອນ​ຕົວ​ຈິງ​ຫຼຸດ​ລົງ, ສ້າງ​ຜົນ​ເສຍ​ຫາຍ​ໃຫ້​​ແກ່​ສະ​ຫວັດ​ດີ​ການ​ສັງ​ຄົມ. ພ້ອມ​ກັນ​ນັ້ນ, ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​​ດຸ​ເດືອນ​ຂຶ້ນ​ຍ່ອມ​ຈະ​ເຮັດ​ໃຫ້​ນັກ​ລົງ​ທຶນເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ຕື່ມ​ອີກ. ຫວ່າງ​ມໍ່ໆ​ນີ້, ​ລາ​ຄາຖົ່ວ​ເຫຼືອງ​ສັ່ງ​ຈອງ​ລ່ວງ​ໜ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ຫຼຸດ​ລົງ​ຫຼາຍ, ລາ​ຄາ​ຫຸ້ນ​ຂອງບໍ​ລິ​ສັດລົດ​ຍົນ, ເຄື່ອງ​ບິນ ແລະ​ຖົ່ວ​ເຫຼືອງ​ອາ​ເມ​ລິ​ກາ​ຫຼຸດ​ລົງ​ຢ່າງຮອບ​ດ້ານ ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ຮ້າຍ​ຕໍ່​ອາ​ເມ​ລິ​ກາ​ຈາກ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ໃນ​ເບື້ອງ​ຕົ້ນ.

ທ່ານ​ຫຼີ​ຊຸ່ນ​ຕີງ ຮອງ​ນັກ​ຄົ້ນ​ຄວ້າ​ຂອງ​​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ແລະ​ການ​ເມືອງ​​ໂລກຂອງ​​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ ກ່າວ​ວ່າ, ມ​າດ​ຕະ​ການ​​ຕອບ​ໂຕ້​ທີ່​ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ນັ້ນ​ມີ​ຄວາມ​ຈຳ​ເປັນ​ຫຼາຍ. ການ​ຄາດ​ຄະ​ເນ​ຫຼາຍ​​ຝ່າຍ​ຕໍ່​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​​ຈະຂົ່ມ​ຂູ່​ເຖິງ​ຈີນ​ບໍ່​ໄດ້, ຈີນ​ສາ​ມາດ​ຮັບ​ເອົາ​ຜົນ​ປະ​ເພດ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ສົງ​ຄາມ​ການ​ຄ້າ. ລັດ​ຖະ​ບານ​ທ​ຣຳ​ຫວັງ​ຢາກ​ໃຊ້​ສົງ​ຄາມ​ການ​ຄ້າ​ໂຈມ​ຕີຈີນ ແລະ​​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​​ດ້ານເສດ​ຖະ​ກິດ, ມັນ​ພຽງ​ເປັນ​ຄວາມ​ເພີ້​ຝັນ​ຂອງ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ