ເປີດ​ນຳ​ໃຊ້​ເສັ້ນ​ທາງ​ສຳ​ຄັນ​ສຳ​ລັບ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ອາ​ຊີ​ໂປ​ອາວ
2018-04-07 17:10:18  cri 
ເຈົ້າ​ໜ້າ​ທີ່ບໍ​ລິ​ສັດ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ​ເປີດ​ເຜີຍ​ວ່າ, ​ເສັ້ນ​ທາງ​ໂປ​ອາວ ທີ່​ເປັນ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ທີ່​ຮັບ​ໃຊ້​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໃນ​ປີ​ນີ້​ໄດ້​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ວັນ​ທີ 7 ເມ​ສາ​ນີ້.

ເສັ້ນ​ທາງ​ໂປ​ອາວ​ແມ່ນ​ເສັ້ນ​ທາງ​ໃຕ້​ດິນ​ທີ່​ເຊື່ອມ​ຕໍ່​ສະ​ຖານ​ທີ່​ປະ​ກາດ​ສ້າງ​ຕັ້ງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ກັບ ສູນ​ປະ​ຊຸມ​ສາ​ກົນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ທັງ​ໝົດຍາວ 1,45 ກິ​ໂລ​ແມັດ.ພາຍ​ຫຼັງ​ເປີດ​ນຳ​ໃຊ້​ແລ້ວ, ເວ​ລາ​ແລ່ນ​ລົດ​ລະ​ຫວ່າງ​ສອງ​ສະ​ຖານ​ທີ່​ດັ່ງ​ກ່າວ​ໄດ້​ຈາກ 25 ນາ​ທີ​ລົງ​ມາ​ເປັນ​ພຽງ 3 ນາ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ